ປະທານາທິບໍດີອຽກລັງຢ້ຽມຢາມແລະເຮັດວຽກຢູ່ນະຄອນໂຮ່ຈີມິນ
ປະທານາທິບໍດີ ອຽກລັງ Michael Daniel Higgins
(ພາບ: dantri.com.vn)
(vovworld) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມ, ຕອນຄຳ່ວັນທີ 10/11, ປະທານາທິບໍດີ ອຽກລັງ Michael Daniel Higgins ແລະ ພັນລະຍາ ໄດ້ໄປຢ້ຽມຢາມນະຄອນ ໂຮ່ຈີມິນ. ໃນການຢ້ຽມຢາມນະຄອນ ໂຮ່ຈີມິນ ເປັນເວລາ 3 ວັນ, ປະທານາທິບໍດີ ອຽກລັງ ໄດ້ມີການພົບປະກັບການນຳນະຄອນ ໂຮ່ຈີມິນ; ເຂົ້າຮ່ວມພິທີລົງນາມໃນສັນຍາຮ່ວມມືລະຫວ່າງວິສາຫະກິດຕ່າງ, ມະຫາວິທະຍາໄລຂອງສອງປະເທດ ອຽກລັງ - ຫວຽດນາມ. ປະທານາທິບໍດີ Michael Daniel Higgins ກໍ່ມີການພົບປະກັບບັນດານັກທຸລະກິດກ່ອນທີ່ຈະເດີນທາງອອກຈາກນະຄອນ ໂຮ່ຈີມິນ ໄປຢ້ຽມຢາມນະຄອນ ຫາຍຝ່ອງ.