ປະທານາທິບໍດີເວເນຊູເອລາໃຫ້ສັດຕະຍາບັນຍຸດທະສາດເສດຖະດກິດໃໝ່ຊຸກຍູ້ການສົ່ງອອກ
ທ່ານປະທານາທິບໍດີເວເນຊູເອລາ Nicolas Maduro
(ພາບ: AFP)
(vovworld) – ວັນທີ 22/01, ທ່ານປະທານາທິບໍດີເວເນຊູເອລາ Nicolas Maduro ໄດ້ໃຫ້ສັດຕະຍາບັນ ບັນດາມາດຕະການດ້ານເສດຖະກິດໃໝ່ ເພື່ອຊຸກຍູ້ການເຄື່ອນໄຫວສົ່ງອອກນ້້ຳມັນ ໃນຂະນະທີ່ປະເທດອາເມລິກາໃຕ້ ນີ້ພວມຮັບມືກັບສະພາບຊຸດໂຊມຢ່າງແຮງ. ພິເສດອັດຕາແລກປ່ຽນເງິນຕາ SIMADI ແມ່ນເກືອບ 200 bolivar ແລກເອົາ 1 USD, ຈະໄດ້ນຳໃຊ້ສຳລັບບັນດາບໍລິສັດຢູ່ເວເນຊູເອລາ ເພື່ອສ້າງເງື່ອນໄຂສະດວກໃຫ້ການແລກປ່ຽນເງິນຕາຕ່າງປະເທດ. ທ່ານປະທານາທິບໍດີ Maduro ກໍ່ແຈ້ງວ່າ ຈະຢຸດຕິການສະໜອງໜັງສືອະນຸຍາດສົ່ງອອກໃຫ້ທັງປີ 2016 ເພື່ອອະນຸຍາດໃຫ້ບັນດາບໍລິສັດສົ່ງອອກສິນຄ້າ ບໍ່ຕ້ອງນຳໃຊ້ໜັງສືອະນຸຍາດພິເສດ. ຄຽງຂ້າງນັ້ນ, ທ່ານກໍ່ແຈ້ງວ່າ ໄດ້ສ້າງຕັ້ງລະບົບກຳນົດບ້ວງສິນເຊື່ອເງິນຕາຕ່າງປະເທດເພື່ອຊື້ນ້ຳມັນດິບ. ກ່ອນໜ້ານັ້ນ, ທ່ານ Maduro ໃຫ້ຮູ້ວ່າ, ບັນດາມາດຕະການບຸລິມະສິດຈະມອບໃຫ້ບັນດາບໍລິສັດທີ່ຂຶ້ນກັບ 9 ຂົງເຂດຄືຶ: ກະສິກຳ, ກໍ່ສ້າງ, ຂຸດຄົ້ນແຮ່ທາດ, ກັນຕອງນ້ຳມັນ, ໂທລະຄົມ…