ປະທານາທິບໍດີ ຊີຣີ ເຫັນດີໃຫ້ສາກົນຄວບຄຸມສາງອາວຸດເຄມີ
ປະທານາທິບໍດີ ອາເມລິກາ, ປະທານາທິບໍດີ ຊີຣີ, ປະທານາທິບໍດີ ລັດເຊຍ
(ພາບ: thethaovanhoa.vn)
(vovworld) - ວັນທີ 12/9, ປະທານາທິບໍດີ ຊີຣີ Bashar al Assad ໄດ້ເຫັນດີມອບສິດຄວບຄຸມສາງອາວຸດຂອງປະເທດນີ້ໃຫ້ສາກົນ. ໃນການຕອບສຳພາດຊ່ອງໂທລະພາບແຫ່ງຊາດ Rossiya 24 ຂອງລັດເຊຍ ຈາກນະຄອນຫຼວງ ດາມາກຸດ ແລ້ວ, ທ່ານ Assad ຢັ້ງຢືນ ເລື່ອງ ຊີຣີ ມອບສິດຄວບຄຸມສາງອາວຸດຂອງປະເທດນີ້ໃຫ້ສາກົນ ແມ່ນເພື່ອ ລັດເຊຍ ຫາກບໍ່ແມ່ນບັນດາການນາບຂູ່ຂອງ ອາເມລິກາ ພ້ອມທັງເນັ້ນໜັກວ່າ: ບໍ່ວ່າບັ້ນຮົບໃດຕ້ານ ຊີຣີ ກໍ່ແມ່ນການດັບສູນສຳລັບພາກພື້ນ ແລະ ເຮັດໃຫ້ພາກພື້ນນີ້ຕົກເຂົ້າສູ່ບັນດາຄວາມຫຍຸ້ງຍາກ ແລະ ຄວາມສັບສົນໃນທົດສະວັດຈະມາເຖິງ.
ແລະກໍ່ໃນວັນດຽວກັນ, ໂຄສົກສະຫະປະຊາຊາດ ທ່ານ Farhan Haq ໃຫ້ຮູ້ວ່າ: ສະຫະປະຊາຊາດ ໄດ້ຮັບເອກະສານເປັນທາງການຈາກລັດຖະບານ ຊີຣີກ່ຽວກັບການເຂົ້າຮ່ວມສົນທິສັນຍາສາກົນເກືອດຫ້າມ ອາວຸດເຄມີ. ຕາມທ່ານ Haq ແລ້ວ, ລັດຖະບານຂອງປະທານາທິບໍດີ ຊີຣີ Bashar al Assad ຈະເສຍເວລາພຽງ 2, 3 ວັນເພື່ອກາຍເປັນສະມາຊິກສົມບູນຂອງສົນທິສັນຍາຊຶ່ງໄດ້ລົງນາມປີ 1993 ກ່ຽວກັບການຫ້າມການຜະລິດ ແລະ ມີອາວຸດເຄມີ.