(VOVWORLD) - ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໄດ້ກ່າວປະນາມເລື່ອງກຸ່ມຄົນແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ທັບປະຕູເພື່ອບຸກເຂົ້າໄປໃນຫ້ອງການຂອງໂຄສົກລັດຖະບານ ຝຣັ່ງ ທ່ານ Benjamin Griveaux ໃນວັນທີ 05 ມັງກອນ.
ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron (ພາບ: AFP/TTXVN ) |
ວັນທີ 06 ມັງກອນ, ທ່ານປະທານາທິບໍດີ Emmanuel Macron ຖືວ່າ: “ບັນດາຜູ້ປົກປ້ອງປະເທດ ຝຣັ່ງ, ບັນດາຜູ້ທີ່ຕ່າງໜ້າໃຫ້ປະເທດ ຝຣັ່ງ, ບັນດາສັນຍາລັກຂອງປະເທດ ຝຣັ່ງ” ພວມຖືກບຸກໂຈມຕີ. ທ່ານປະທານາທິບໍດີ ຝຣັ່ງ ຖືນີ້ແມ່ນການກະທຳຮ້າຍແຮງທີ່ສຸດ ແນໃສ່ພື້ນຖານສາທາລະນະລັດ.
ການແຫ່ຂະບວນປະທ້ວງໃນວັນທີ 05 ມັງກອນ ຂອງຂະບວນການແຫ່ຂະບວນປະທ້ວງ "ເສື້ອເຫຼືອງ" ຢູ່ ຝຣັ່ງ ໄດ້ກ້າວເຂົ້າສູ່ອາທິດທີ 8 ແລ້ວ ແລະ ພວມແຜ່ລາມໄປໃນທົ່ວປະເທດ.