ປະທານາທິບໍດີ ລັດເຊຍ ແລະ ອາເມລິກາ ຈະມີການພົບປະໃນເວລາສັ້ນ ຢູ່ ຝລັ່ງ

(VOVWORLD) -...ຍາກທີ່ຈະສັບຊ້ອນການພົບປະສຸດຍອດຢ່າງເປັນທາງການ ລະຫວ່າງ ທ່ານປະທານາທິບໍດີ Putin  ແລະ ທ່ານປະທານາທິບໍດີ Trump ຢູ່ປາຣີ ໄດ້
ປະທານາທິບໍດີ  ລັດເຊຍ ແລະ ອາເມລິກາ ຈະມີການພົບປະໃນເວລາສັ້ນ ຢູ່ ຝລັ່ງ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕໍາແໜ່ງ ອາເມລິກາ Donald Trump (ພາບ: AFP/TTXVN)

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕໍາແໜ່ງ ອາເມລິກາ Donald Trump ຈະມີການພົບປະໃນເວລາສັ້ນ ຢູ່ປາຣີ (ຝລັ່ງ) ໃນວັນທີ 11 ພະຈິກ ຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບເວລາດໍາເນີນການພົບປະສຸດຍອດຢ່າງເປັນທາງການ ລະຫວ່າງການນໍາສອງປະເທດໃນໄລຍະຈະມາເຖິງ.

        ກ່າວຄໍາເຫັນຕໍ່ວົງການນັກຂ່າວ ໃນວັນທີ 6 ພະຈິກ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີ ໂດຍຖືວ່າ ຍາກທີ່ຈະສັບຊ້ອນການພົບປະສຸດຍອດຢ່າງເປັນທາງການ ລະຫວ່າງ ທ່ານປະທານາທິບໍດີ Putin  ແລະ ທ່ານປະທານາທິບໍດີ Trump ຢູ່ປາຣີ ໄດ້. ເຖິງຢ່າງໃດກໍຕາມ, ການນໍາສອງທ່ານກໍຈະມີການພົບປະກັນດ້ວຍວິທີໃດໜຶ່ງ ແລະ ເຫັນດີນໍາກັນວ່າ ເມື່ອມີໂອກາດພົບປະກັນໃນໄລຍະຈະມາເຖິງ, ສອງຝ່າຍຈະມີການເຈລະຈາ ຢ່າງແທດຈິງກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ