ທ່ານນາງປະທານາທິບໍດີຄົນໃໝ່ ສ ເກົາຫຼີ Park Geun Hye
(ພາບ: ອີນເຕີເນັດ)
(vovworld) – ວັນທີ 2/3, ທ່ານນາງປະທານາທິບໍດີຄົນໃໝ່ ສ ເກົາຫຼີ Park Geun Hye ໄດ້ແຕ່ງຕັ້ງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ການເງິນຂັ້ນສູງ ບາງຄົນ. ຕາມນັ້ນແລ້ວ, ທ່ານອະດິດເສນາທິການໃຫຍ່ທະຫານບົກ Nam Jae – joon ໄດ້ຮັບເລືອກເປັນຫົວໜ້າອົງການສືບລາຊະການລັບແຫ່ງຊາດ, ທ່ານຮອງລັດຖະມົນຕີທີ 1 ກະຊວງແຜນການ ແລະ ການເງິນ Shin Je yoon ໄດ້ຮັບແຕ່ງຕັ້ງເປັນປະທານຄະນະກຳມະການຕິດຕາມກວດກາການເງິນ ແລະ ທ່ານຮອງລັດຖະມົນຕີທີ 2 ກະຊວງແຜນການ ແລະ ການເງິນ Kim Dong Yeon ຈະເປັນຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ. ທ່ານນາງປະທານາທິບໍດີ Park Geun Hye ຈະຮຽກຮ້ອງໃຫ້ມີການກວດກາຖານະນິຕິບຸກຄົນ ແລະ ຄວາມສາມາດຂອງບັນດາຜູ້ອອກສະໝັກຮັບເລືອກຕັ້ງນີ້ໃນທ້າຍອາທິດໜ້າ.