ປະທານາທິບໍດີ ອັກ​ຊັງ​ຕີນ ຢ້ຽມຢາມ ຫວຽດນາມ

ປະທານາທິບໍດີ  ອັກ​ຊັງ​ຕີນ ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານນາງ Cristina Fernadez de Kirchner ​ປະທານາທິບໍດີ ສ ອັກ​ຊັງ​ຕີນ
ພາບ:AFP/TTXVN


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ປະທານາທິບໍດີ ສ ອັກ​ຊັງ​ຕີນ Cristina Fernadez de Kirchner ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ນັບ​ແຕ່​ວັນ​ທີ 18/1. ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ອັກ​ຊັງ​ຕີນ ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ຊື່​ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ 40 ປີ ຜ່ານ​ມາ ພ້ອມ​ກັບ​ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງທຶນ ລະຫວ່າງ​ສອງ​ປະ​ເທດ. ປີ 2011, ການ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ​ຍັງ​ຕະຫລາດ ອັກ​ຊັງ​ຕີນ ​ບັນລຸ​ກວ່າ 161 ລ້ານ USD, ​ເພີ່ມຂຶ້ນ 76%, ​ໃນ​ຂະນະ​ການ​ນຳ​ເຂົ້າ​ບັນລຸ 924 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 12%. ​ໄລ່​ມາ​ຮອດ​ເດືອນ 10/2012, ຍອດ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ​ກວ່າ 874 ລ້ານ USD, ​ເພີ່ມ​ຂຶ້ນ 4%​ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011.

ຂ່າວ/ບົດ​ອື່ນ