(vovworld) – ຕອນບ່າຍວັນທີ 19/3, ທ່ານ Reuven Ruvi Rivlin, ປະທານາທິບໍດີ ອິດສະຣາແອນ ແລະ ພັນລະຍາເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 19 – 25/3/2017 ຕາມຄຳເຊີນຂອງທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍກວາງ. ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ Reuven Ruvi Rivlin ແລະ ພັນລະຍາເພື່ອແນໃສ່ປັບປຸງ, ຮັດແໜ້ນການພົວພັນ ຫວຽດນາມ - ອິດສະຣາແອນ ກ່ວາອີກ, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນຂົງເຂດຕ່າງໆ, ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.