(vovworld) - ຕອນຄຳ່ວັນທີ 26/11, ໃນແຈ້ງການສະບັບຫນຶ່ງ ທ່ານ Yasser Ali ໂຄສົກຂອງປະທານາທິບໍດີ ອີຢີບ ໃຫ້ຮູ້ວ່າ: ລັດຖະດຳລັດສະບັບທີ່ຫາກໍປະກາດໃຊ້ຂອງທ່ານປະທານາທິບໍດີ Morsi ຈະບໍ່ປ່ຽນແປງ ແລະ ຫາງສຽງອາດຈະມີຄວາມເຂົ້າໃຈຜິດກ່ຽວກັບເອກະສານສະບັບດັ່ງກ່າວ. ແຈ້ງການຖືກຍົກອອກມາພາຍຫລັງການປະຊຸມລະຫວ່າງປະທານາທິບໍດີ Morsi ແລະ ບັນດາຜູ້ພິພາກສາຂັ້ນສູງທີ່ກ່ຽວຂ້ອງເຖິງຄຳຖະແຫລງປະກາດລັດຖະທຳມະນູນສະບັບໃຫມ່ ເຊິ່ງໄດ້ຮັບການປະກາດໃຊ້ໃນອາທິດຜ່ານມາ. ທ່ານ Ali ເນັ້ນຫນັກເຖິງຄວາມເຄົາລົບຂອງປະທານາທິບໍດີ Morsi ຕໍ່ບັນດາອົງການຕຸລາການ ອີຢີບ ກໍຄື ສິດເອກະລາດຂອງລະບົບຕຸລາການ ແລະ ທ່ານປະທານາທິບໍດີ Morsi ບໍ່ຢາກມີການປະທະກັນກັບບັນດາອົງການດັ່ງກ່າວ. ກ່ຽວຂ້ອງເຖິງຂໍ້ມາດຕາຮຽກຮ້ອງໃຫ້ພິພາກສາຄົນບັນດາເຈົ້າຫນ້າທີ່ຕຳຫລວດ ແລະ ອຳນາດການປົກຄອງໃນສະໄຫມ Mubarack ດ້ວຍການຜູກໂທດວ່າໄດ້ເຂັ່ນຂ້າຜູ້ແຫ່ຂະບວນປະທ້ວງ, ທ່ານ Ali ເວົ້າວ່າ, ຂໍ້ມາດຕານີ້ ພຽງແຕ່ຈະຖືກນຳໃຊ້ສຳລັບບັນດາກໍລະນີມີຂໍ້ມູນຫລັກຖານໃຫມ່.