ປະທານາທິບໍດີ ອີຣານ ກະກຽມໄປຢ້ຽມຢາມ ຍີ່ປຸ່ນ
(VOVWORLD) -ທ່ານ Abe ອາດຈະຍາດແຍ່ງໂອກາດນີ້ເພື່ອຮຽກຮ້ອງ ອີຣານຢຶດໝັ້ນກັບຂໍ້ຕົກລົງນິວເຄຼຍ ທີ່ໄດ້ຮັບການລົງນາມ ປີ 2015 ລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ).
ທ່ານ Shinzo Abe ນາຍົກລັດຖະມົນຍີ່ປຸ່ນ (ພາບ: TTXVN) |
ວັນທີ 9 ທັນວາ ທ່ານ Shinzo Abe ນາຍົກລັດຖະມົນຍີ່ປຸ່ນ ໃຫ້ຮູ້ວ່າ ໂຕກຽວ ພວມປຶກສາຫາລືກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຂອງ ທ່ານ ປະທານາທິບໍດີ ອີຣານ Hassan Rouhani ເຊິ່ງຈະດຳເນີນໃນເດືອນ ທັນວານີ້, ໃນຄວາມມານະພະຍາຍາມເພື່ອແນໃສ່ຊອກຫາວິທີແກ້ໄຂສະພາບຈົນຕາແຈດ້ານນິວເຄຼຍຂອງ ເຕເຮຣານກັບ ອາເມລິກາ. ນີ້ແມ່ນການຢັ້ງຢືນຢ່າງເປັນທາງການທຳອິດຂອງການນຳຍີ່ປຸ່ນກ່ຽວກັບການຢ້ຽມຢາມຂອງ ທ່ານ ປະທານາທິບໍດີ ອີຣານ.
ສື່ມວນຊົນປະຈຳຖິ່ນໄດ້ລົງຂ່າວງວ່າການຢ້ຽມຢາມວ່າ ອາດຈະດຳເນີນໃນວັນທີ 20 ຫຼື 21 ທັນວາ.
ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງ ທ່ານປະທານນາທິບໍດີ ອີຣານໄປຍັງຍີ່ປຸ່ນ ນັບແຕ່ການຢ້ຽມຢາມຂອງທ່ານ ປະທານາທິບໍດີ Mohammad Khatami ທີ່ໄດ້ດຳເນີນໃນເດືອນຕຸລາ ປີ 2000. ທ່ານ Abe ອາດຈະຍາດແຍ່ງໂອກາດນີ້ເພື່ອຮຽກຮ້ອງ ອີຣານຢຶດໝັ້ນກັບຂໍ້ຕົກລົງນິວເຄຼຍ ທີ່ໄດ້ຮັບການລົງນາມ ປີ 2015 ລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ).