ປະທານາທິບໍດີ ອາເມລິກາ ຄົນໃໝ່ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ບັນດາມາດຕະການຟື້ນຟູພື້ນຖານເສດຖະກິດ
(VOVWORLD) -ທ່ານ Joe Biden ກໍໃຫ້ຮູ້ວ່າ ໃນອາດທິດໜ້າ ທ່ານຈະປະກາດໂຄງການກອບກູ້ພື້ນຖານເສດຖະກິດ.
ທ່ານ Joe Biden ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ (ພາບ:AFP/TTXVN) |
ວັນທີ 8 ມັງກອນ, ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ແມ່ນ ທ່ານ Joe Biden ໄດ້ແນະນຳບັນດາສະມາຊິກສຸດທ້າຍຂອງ ໜ່ວຍຮັບຜິດຊອບດ້ານເສດຖະກິດໃນລັດຖະບານຈະມາເຖິງຂອງທ່ານ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະມີຫຼາຍມາດຕະການໜູນຊ່ວຍຕື່ມອີກໃຫ້ແກ່ບັນດາຄອບຄົວ ແລະ ວິສາຫະກິດຂະໜາດນ້ອຍ ທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຈາກໂລກລະບາດໂຄວິດ - 19. ທ່ານ Joe Biden ກໍໃຫ້ຮູ້ວ່າ ໃນອາດທິດໜ້າ ທ່ານຈະປະກາດໂຄງການກອບກູ້ພື້ນຖານເສດຖະກິດ, ໃນນັ້ນ, ສົ່ງເສີມປະຊາຊົນເສຍພາສີອາກອນ ແລະ ການເພີ່ມເງິນເດືອນພື້ນຖານ ຈະແມ່ນບຸລິມະສິດແຖວໜ້າ. ໄປຄຽງຄູ່ກັນນັ້ນ, ທ່ານກໍໃຫ້ຄຳສັນຍາວ່າ ຈະຍູ້ໄວຄວາມຄືບໜ້າໃນການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ.