ປະທານາທິບໍດີ ອາເມລິກາ ຢັ້ງຢືນການພົບປະສຸດຍອດກັບການນຳ ສປປ.ເກົາຫຼີ

(VOVWORLD) - ວັນທີ 01 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນວ່າ ການພົບປະສຸດຍອດກັບການນຳ ສປປ.ເກົາຫຼີ Kim Jong-un ຄາດວ່າຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ ສິງກະໂປ ຍັງຄົງຈະດຳເນີນຕາມແຜນການທຳອິດ.
ປະທານາທິບໍດີ ອາເມລິກາ ຢັ້ງຢືນການພົບປະສຸດຍອດກັບການນຳ ສປປ.ເກົາຫຼີ - ảnh 1ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງການພົບປະທີ່ບໍ່ເຄີຍມີມາກ່ອນກັບທ່ານຮອງປະທານຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ Kim Yong-chol ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ການພົບປະໄດ້ດຳເນີນໄປຢ່າງດີງາມ ແລະ ນີ້ຈະແມ່ນການເລີ່ມຕົ້ນສຸດຍອດໃນການພົວພັນກັບ ສປປ.ເກົາຫຼີ. ທ່ານປະທານາທິບໍດີ Donald Trump ຕີລາຄາສູງຈົດໝາຍຂອງການນຳ ສປປ.ເກົາຫຼີ Kim Yong-un. ທ່ານ ປະທານາທິບໍດີ Donald Trump ເນັ້ນໜັກວ່າ ສປປ.ເກົາຫຼີ ຢາກປອດນິວເຄຼຍ ແລະ ຖືວ່າ: ການແກ້ໄຂບັນຫານິວເຄຼຍ ສປປ.ເກົາຫຼີ ຈະແມ່ນວິວັດທະນາການ, ແຕ່ສຸດທ້າຍຈະສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ