ປະທານາທິບໍດີ Donald Trump ຮຽກຮ້ອງໃຫ້ພັກສາທາລະນະ, ປະຊາທິປະໄຕພ້ອມກັນເຮັດວຽກ

(VOVWORLD) - ຫວັງວ່າ ພວກເຮົາທຸກຄົນອາດຈະເຮັດວຽກນຳກັນໃນປີໜ້າ ເພື່ອແນໃສ່ສືບຕໍ່ປະຕິບັດຄຳໝັ້ນສັນຍາຕໍ່ປະຊາຊົນ ອາເມລິກາ.

ປະທານາທິບໍດີ Donald Trump ຮຽກຮ້ອງໃຫ້ພັກສາທາລະນະ, ປະຊາທິປະໄຕພ້ອມກັນເຮັດວຽກ - ảnh 1ທ່ານປະທານາທິບໍດີ Donald Trump

(ພາບ: AFP/TTXVN)

ວັນທີ 7 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ ສະແດງຄວາມຫວັງວ່າ ບັນດາສະມາຊິກພັກປະຊາທິປະໄຕ ແລະ ພັກສາທາລະນະອາດຈະ “ເຮັດວຽກນຳກັນ” ພາຍຫຼັງທີ່ພັກປະຊາທິປະໄຕຍາດໄດ້ສິດຄວບຄຸມສະພາຕ່ຳໃນການເລືອກຕັ້ງສະພາແຫ່ງຊາດກາງສະໄໝ. ເມື່ອຕອບສຳພາດທີ່ການຖະແຫຼງຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ໄດ້ຊີ້ແຈ້ງວ່າ: “ຫວັງວ່າ ພວກເຮົາທຸກຄົນອາດຈະເຮັດວຽກນຳກັນໃນປີໜ້າ ເພື່ອແນໃສ່ສືບຕໍ່ປະຕິບັດຄຳໝັ້ນສັນຍາຕໍ່ປະຊາຊົນ ອາເມລິກາ. ເຊິ່ງລວມມີການເຕີບໂຕເສດຖະກິດ, ພື້ນຖານໂຄງລ່າງ, ການຄ້າ, ຫລຸດຜ່ອນຄ່າຊື້ຢາປົວພະຍາດ”.

        ກໍ່ຕາມທ່ານ Donald Trump ແລ້ວ, ພື້ນຖານໂຄງລ່າງ ແລະ ການເບິ່ງແຍງດູແລສຸຂະພາບແມ່ນ 2 ຂົງເຂດເຊິ່ງທັງພັກປະຊາທິປະໄຕ ແລະ ພັກສາທາລະນະອາດຈະພ້ອມກັນຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ