(vovworld) - ວັນທີ 23/02, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ທ່ານຢາກຮັບປະກັນສາງອາວຸດນິວເຄຼຍຂອງອາເມລິກາ ຕ້ອງ “ເຕັມສ່ວນ”, ພ້ອມທັງຖືວ່າ, ວໍຊິງຕັນ ພວມຖອຍຫຼັງກ່ຽວກັບກຳລັງຄວາມສາມາດດ້ານອາວຸດນິວເຄຼຍ. ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ, ທ່ານຢາກເຫັນໂລກປອດອາວຸດນິວເຄຼຍ, ແຕ່ສະແດງຄວາມວິຕົກກັງວົນຕໍ່ເລື່ອງ “ອາເມລິກາ ຖອຍຫຼັງກ່ຽວກັບກຳລັງຄວາມສາມາດດ້ານນິວເຄຼຍ”. ຕາມອົງການຄັດຄ້ານອາວຸດນິວເຄຼຍທີ່ມີຊື່ວ່າ “ກອງທຶນໝາກສົບໄຖ” ແລ້ວ, ປະຈຸບັນອາເມລິກາ ມີ 6.970 ຫົວນິວເຄຼຍ, ໃນຂະນະນັ້ນ, ລັດເຊຍ ມີ 7.300 ຫົວນິວເຄຼຍ. ທ່ານ trump ໄດ້ເອີ້ນສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (START ໃໝ່) ແມ່ນ “ຂໍ້ຕົກລົງຂອງຝ່າຍດ່ຽວ”.
ກ່ອນໜ້ານັ້ນ, ໃນການໂອ້ລົມທາງໂທລະສັບເປັນຄັ້ງທຳອິດໃນຖານະຕຳແໜ່ງປະທານາທິບໍດີອາເມລິກາ ກັບຄູ່ຕຳແໜ່ງລັດເຊຍ Vladimir Putin ເມື່ອວັນທີ 28/01 ຜ່ານມາ, ທ່ານ Trump ຖະແຫຼງວ່າ, ສັນຍາດັ່ງກ່າວແມ່ນ “ຂໍ້ຕົກລົງຊົ່ວຮ້າຍ” ສຳລັບອາເມລິກາ ແລະ ມີຜົນປະໂຫຍດໃຫ້ຝ່າຍລັດເຊຍ.