ປະທານາທິບໍດີBarackObamaປະຕິບັດງານຢູ່ອາຊີ
ປະທານາທິບໍດີ Barack Obama
(ພາບ: AFP)
(vovworld) – ຕອນຄຳ່ວັນທີ 22/4 (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ເດີນທາງອອກຈາກ ວໍຊິງຕັນ, ເລີ່ມຕົ້ນການປະຕິບັດງານໄປຍັງ ຍີ່ປຸ່ນ, ສ. ເກົາຫຼີ, ມາເລເຊຍ ແລະ ຟິລິບປິນ ທີ່ແກ່ຍາວເປັນເວລາໜຶ່ງອາທິດ. ນີ້ແມ່ນການຢ້ຽມຢາມຄັ້ງທີ 5 ໄປຍັງ ອາຊີ ນັບແຕ່ເມື່ອທ່ານ Obama ກາຍເປັນປະທານາທິບໍດີ ອາເມລິກາ. ຄາດວ່າ, ຢູ່ແຕ່ລະປະເທດ, ທ່ານ Obama ຈະພ້ອມກັບການນຳບັນດາປະເທດປຶກສາຫາລື ກ່ຽວກັບບັນດາບັນຫາປ້ອງກັນຄວາມສະຫງົບເຊິ່ງພາກພື້ນຕ້ອງປະເຊີນໜ້າ ກໍ່ຄືຮ່ວມມືພັດທະນາເສດຖະກິດ, ພິເສດແມ່ນຊຸກຍູ້ການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP).
ກ່ອນການຢ້ຽມຢາມ, ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ອາເມລິກາ ໄດ້ຢືນຢັນຈຸດໝາຍການປະຕິບັດງານຂອງທ່ານ Obama ແມ່ນເພື່ອແນໃສ່ຢືນຢັນບັນດາຄຳໝັ້ນສັນຍາກັບພາກພື້ນກໍ່ຄືກ່ຽວກັບຍຸດທະສາດການທູດ ສ້າງຄວາມດູນດ່ຽງຄືນໃໝ່ສຳລັບ ອາຊີ - ປາຊີຟິກ ເຊິ່ງ ວໍຊິງຕັນ ຖະແຫຼງກ່ອນນີ້ 3 ປີ.