ປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ: 2 ປະເທດມີຫຼາຍພື້ນຖານລວມເພື່ອພັດທະນາການພົວພັນລັດຖະສະພາ

(VOVWORLD) -ເລື່ອງເຊື່ອມຕໍ່ບັນດາການແລກປ່ຽນຄະນະພົວພັນຕ່າງປະເທດປະຊາຊົນຂັ້ນສູງແມ່ນມີຄວາມສຳຄັນຍິ່ງ ເພື່ອປັບປຸງການພົວພັນລະຫວ່າງປະຊາຊົນ 2 ປະເທດ.
ປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ: 2 ປະເທດມີຫຼາຍພື້ນຖານລວມເພື່ອພັດທະນາການພົວພັນລັດຖະສະພາ - ảnh 1ທ່ານ Warwick Morris, ປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ
(ພາບ: TTXVN)

ເນື່ອງໃນໂອກາດການຢ້ຽມຢາມລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໃນລະຫວ່າງວັນທີ 28 – 30 ມິຖຸນາ, ທ່ານ Warwick Morris, ປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ, ອະດີດເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ, ຖືວ່າ ເລື່ອງເຊື່ອມຕໍ່ບັນດາການແລກປ່ຽນຄະນະພົວພັນຕ່າງປະເທດປະຊາຊົນຂັ້ນສູງແມ່ນມີຄວາມສຳຄັນຍິ່ງ ເພື່ອປັບປຸງການພົວພັນລະຫວ່າງປະຊາຊົນ 2 ປະເທດ. ທ່ານສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມອັງກິດ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຄັ້ງນີ້ຈະແມ່ນກາລະໂອກາດເພື່ອພັດທະນາການພົວພັນລັດຖະສະພາຂອງ 2 ປະເທດກວ່າອີກ. ອັງກິດ ແລະ  ຫວຽດນາມ ມີພື້ນຖານລວມຫຼາຍຢ່າງ ເພື່ອຮັດແໜ້ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ, ກໍຄືຊຸກຍູ້ການເຄື່ອນໄຫວໂອ້ລົມສົນທະນາລັດຖະສະພາ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ