(vovworld) - ຕອນເຊົ້າວັນທີ 20/2 ຢູ່ ແຂວງ ແທນຮວາ ໄດ້ດຳເນີນພິທີລະນຶກ 65 ປີ ແຫ່ງວັນ ລຸງໂຮ່ ໄປຢ້ຽມຢາມ ແຂວງ ແທນຮວາ ແລະ ປຸກລະດົມຂະບວນການແຂ່ງຂັນ “ຮ່ວມແຮງຮ່ວມໃຈກໍ່ສ້າງເຂດຊົນນະບົດໃຫມ່“, ສ້າງສາແຂວງ ແທນຮວາ ໃຫ້ກາຍເປັນແຂວງແບບຢ່າງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຢືນຢັນວ່າ: ເພື່ອປະຕິບັດຄຳສັ່ງສອນຂອງລຸງໂຮ່ “ແຂວງ ແທນຮວາ ຕ້ອງເປັນແຂວງແບບຢ່າງ ເຮັດແນວໃດເພື່ອໃຫ້ທຸກດ້ານ ການເມືອງ, ເສດຖະກິດ, ການທະຫານ ຕ້ອງແມ່ນແບບຢ່າງ”, ອົງຄະນະພັກ ແລະ ປະຊາຊົນແຂວງ ແທນຮວາ ຕ້ອງມານະພະຍາຍາມສູ້ຊົນສູງກວ່າອີກໃນຊຸມປີຈະມາເຖິງ, ເມື່ອແຂວງ ແທນຮວາ ພ້ອມກັບທົ່ວປະເທດ ພວມກ້າວເຂົ້າສູ່ໄລຍະພັດທະນາໃຫມ່ ດ້ວຍສິ່ງສະດວກ, ກາລະໂອກາດ ແລະ ນັບທັງຄວາມຫຍຸ້ງຍາກ, ການທ້າທາຍຫລາຍປະການ ຍ້ອນການຜັນແປຢ່າງສັບສົນຈາກສະພາບການໂລກ ແລະ ບັນດາຂໍ້ຈຳກັດ, ຄວາມອ່ອນດ້ອຍໃນຫລາຍດ້ານຂອງປະເທດຊາດ.
“ ແຂວງແທນຮວາ ມີເນື້ອທີ່ດິນກວ້າງຂວາງ, ມີປ່າ, ມີທະເລ, ຊັບພະຍາກອນທຳມະຊາດອັນອຸດົມສົມບູນ. ນີ້ແມ່ນບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບອັນໃຫຍ່ຫລວງ ຊຶ່ງແຂວງ ແທນຮວາ ຄວນສືບຕໍ່ຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງສູງສຸດ, ມີປະສິດທິຜົນທີ່ສຸດ, ຕາມທິດພັດທະນາທາງລວງເລີກ, ມີສະມັດຕະພາບ, ຄຸນນະພາບ ແລະ ກຳລັງແກ້ງແຍ້ງສູງ ແລະ ປະຕິບັດໂຄງການກໍ່ສ້າງເຂດຊົນນະບົດໃຫມ່. ສິ່ງສຳຄັນທີ່ສຸດ ນັ້ນແມ່ນຕ້ອງເສີມຂະຫຍາຍ, ປະຕິບັດສິດເປັນເຈົ້າຂອງປະຊາຊົນຢ່າງຄົບຖ້ວນ, ດຶງດູດການເຂົ້າຮ່ວມເປັນເຈົ້າການ, ຕັ້ງຫນ້າ ຂອງທຸກຄົນ, ທຸກຄອບຄົວ ຂອງບັນດາອົງການໃນລະບົບການເມືອງຢູ່ຂັ້ນຮາກຖານ. ການລະດົມ ແລະ ການນຳໃຊ້ຢ່າງມີປະສິດທິຜົນບັນດາ ແຫລ່ງກຳລັງສັງຄົມ ເຂົ້າໃນການປະຕິບັດໂຄງການ ດ້ວຍການແນະນຳ ແລະ ການຫນູນຊ່ວຍຂອງລັດ.”
ພ້ອມກັບການພັດທະນາເສດຖະກິດ, ທ່ານປະທານປະເທດເນັ້ນຫນັກວ່າ: ຫນ້າທີ່ສຳຄັນພິເສດ, ມີຄວາມໝາຍຫລັກແຫລ່ງ ແມ່ນອົງຄະນະພັກ ແລະ ປະຊາຊົນ ແທນຮວາ ຕ້ອງສຸມໃສ່ປະຕິບັດວຽກງານກໍ່ສ້າງພັກເປັນຢ່າງດີ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ສ້າງການຫັນປ່ຽນຢ່າງຕັ້ງຫນ້າໃນຂົງເຂດກໍ່ສ້າງພັກ, ຕອບສະຫນອງຄວາມມຸ້ງມາດປາດຖະຫນາຂອງທົ່ວພັກ, ທ່ົວປວງຊົນ. ແລະກໍໃນຕອນເຊົ້າວັນດຽວກັນ ທ່ານປະທານປະເທດ ເຈືອງເຕີນຊາງ ກໍໄດ້ລົງຢ້ຽມຢາມ ສະໂມສອນ ຮ່າມຣົ່ງ, ຮັບຟັງຄວາມເຫັນຢ່າງສຸດຈິດສຸດໃຈຂອງບັນດາພະນັກງານກິນເບ້ຍບຳນານ.