(vovworld) - ມື້ນີ້, ທົ່ວປວງຊົນຫວຽດນາມ ໄດ້ຈັດພິທີສະເຫຼີມ ສະຫຼອງວັນໄຊຊະນະຂອງການປະຕິວັດເດືອນ 8/1945. ເນື່ອງໃນໂອກາດນີ້, ໜັງສືພິມຕ່າງໆທີ່ຈຳໜ່າຍຢູ່ຫວຽດນາມ ລ້ວນແຕ່ລົງພິມໃນໜ້າທຳອິດຂ່າວ, ບົດກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ ພ້ອມກັບບັນດາບົດນຳກ່ຽວກັບຄວາມໝາຍ ແລະ ບົດຮຽນໃຫຍ່ ເຊິ່ງການປະຕິວັດນີ້ໄດ້ນຳມາໃຫ້.
(ພາບ: google.com.vn)
ບົດນຳໃນໜັງສືພິມ Quan doi Nhan dan (ກອງທັບປະຊາຊົນ) ໄດ້ຢັ້ງຢືນວ່າໜຶ່ງໃນບັນດາບົດຮຽນອັນລ້ຳຄ່າຂອງການປະຕິວັດນັ້ນແມ່ນການເຕົ້າໂຮມ ແລະ ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໂດຍທ່ານປະທານ ໂຮ່ຈີມິນຜູ້ຍິ່ງໃຫຍ່ເປັນຜູ້ນຳ. ພັກໄດ້ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝຢ່າງມີປະສິດທິຜົນ, ພ້ອມທັງສະແຫວງຫາການຊ່ວຍເຫຼືອ ແລະ ການສະໜັບສະໜູນຈາກບັນດາກຳລັງທີ່ກ້າວໜ້າຢູ່ໃນໂລກ, ສ້າງເປັນກຳລັງແຮງເພື່ອສ້າງບັນດາຜົນງານໃໝ່ໃຫ້ແກ່ປະເທດຊາດ.
ບົດນຳທີ່ລົງພິມໃນໜັງສືພິມ Nhan dan (ປະຊາຊົນ) ດ້ວຍຫົວຂໍ້ວ່າ ”ເສີມຂະຫຍາຍຈິດໃຈການປະຕິວັດເດືອນ 8, ຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍທຸກຢ່າງ, ກ້າວຂຶ້ນຢ່າງໝັ້ນຄົງ” ໄດ້ເນັ້ນໜັກວ່າຜົນງານ ແລະ ບັນດາບົດຮຽນປະຫວັດສາດອັນລ້ຳຄ່າຂອງການປະຕິວັດເດືອນ 8 ໄດ້ເປີດສາກໃຫ້ແກ່ບັນດາໄຊຊະນະອັນຍິ່ງໃຫຍ່ເຊິ່ງປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີມິນ ຍາດມາໄດ້ໃນການຕໍ່ຕ້ານກູ້ຊາດ, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ເຊິ່ງຈຸດສູງ ແມ່ນໄຊຊະນະປະຫວັດສາດ ດ້ຽນບຽນຝູ ເມື່ອປີ 1954, ມະຫາໄຊໃນລະດູບານໃໝ່ 1975. ຈິດໃຈຂອງການປະຕິວັດເດືອນ 8 ໄດ້ສ້າງທ່ວງທ່າ ແລະ ກຳລັງແຮງ ນຳປະເທດກ້າວເຂົ້າໄລຍະພັດທະນາໃໝ່, ໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.