ປະເທດຕ່າງໆໃຫ້ຄຳ ໝັ້ນສັນຍາສ້າງເຂດ ກາຊາຄືນໃໝ່


ປະເທດຕ່າງໆໃຫ້ຄຳ ໝັ້ນສັນຍາສ້າງເຂດ ກາຊາຄືນໃໝ່ - ảnh 1

ເຂດ​ກາຊາ​ຫຼັງ​ການ​ບຸກ​ໂຈມ​ຕີ

(ພາບ: AFP/TTXVN)

(vovworld)- ​ ກອງ​ປະຊຸມ​ບັນດາ​ນັກ​ອຸປະຖຳ​ສາກົນ​ເພື່ອ​​ແນ​ໃສ່​ສ້າງ​ເຂດ​ກາ​ຊາ​ຄືນ​ໃໝ່ ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 12/10 ຢູ່​ນະຄອນຫຼວງ​ກາຍ​ໂຣ ປະ​ເທດ​ອີ​ຢີບ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ມາ​ຈາກ 50 ປະ​ເທດ​ ​ແລະ 20 ອົງການ​ຈັດຕັ້ງສາກົນ. ບັນດາ​ນັກ​ອຸປະຖຳ​ສາກົນໃຫ້​ຄຳໝັ້ນສັນຍາ​ໜູນ​ຊ່ວຍຈຳນວນ​ເງິນ​ນັບ​ຮ້ອຍ​ລ້ານ USD ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນີ້. ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ປະກາດ​ບ້ວງ​ເງິນ​ອຸປະຖຳ 212 ລ້ານ USD ​ແນ​ໃສ່​ໜູນ​ຊ່ວຍ​ເຂດ​ກາຊາ​ຖືກ​ທຳລາຍ. ທ່ານ​ຍັງຮຽກຮ້ອງ​ເຊື່ອມ​ຕໍ່​ຄຳໝັ້ນສັນຍາ​​ເພື່ອບັນລຸ​ສັນຕິພາບ​ຍາວ​ນານ​ໃຫ້​ແກ່​ຕາ​ເວັນ​ອອກ​ກາງ. ຫຼາຍ​ປະ​ເທດ​ກໍ່​ໃຫ້​ຄຳໝັ້ນສັນຍາ​ໜູນ​ຊ່ວຍ​ການ​ສ້າງ​ເຂດ​ກາ​ຊາ​ຄືນ​ໃໝ່, ​ໃນ​ນັ້ນ, ​ເຢຍລະ​ມັນ ໝັ້ນໝາຍໜູນ​ຊ່ວຍ 63 ລ້ານ USD, ນອກ​ແວ 13 ລ້ານ USD. ຄາດ​ວ່າ, ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ການ​ສ້າງສາ​ເຂດ​ການ​ຊາ​ຄືນ​ໃໝ່​ຕ້ອງການ​ຈຳນວນ​ເງິນ 7,8 ຕື້ USD./.

ຂ່າວ/ບົດ​ອື່ນ