ປາກິດສະຖານປຸກລະດົມການບຸກໂຈມຕີຕາລີບານ
(ພາບປະກອບ: aljazeera.com)
(vovworld) - ການບຸກໂຈມຕີ ໂດຍກອງທັບປາກິດສະຖານ ປຸກລະດົມໃນວັນທີ 15/5 ເພືອແນໃສ່ຂັບໄລ່ພວກກະບົດຕາລີບານ ອອກຈາກຖານທີ່ໝັ້ນສຳຄັນສຸດທ້າຍຂອງກຳລັງນີ້ຢູ່ຮ່ອມພູ Shawal, ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້. ບັນດາເຮືອບິນສູ້ຮົບຂອງຕາລີບານ ໄດ້ຍິງລະເບີດໃສ່ ຮ່ອມພູ Shawal ນັບແຕ່ຕອນເຊົ້າ, ດັບສູນພວກກະບົດຢ່າງໜ້ອຍສຸດ 17 ຄົນ, ໃນຂະນະນັ້ນ, ມີລົດຂົນສົ່ງພົນທະຫານນັບຮ້ອຍຄັນ, ອາວຸດ ແລະ ລົດຕັງຈາກທິດເໜືອ ແລະ ທິດໃຕ້ພວມບຸກເຂົ້າເຂດດັ່ງກ່າວ.
ການບຸກໂຈມຕີ ດຳເນີນໄປ, ພາຍຫຼັງການເຂັ່ນຂ້າໂດຍກຸ່ມ “ລັດອິດສະລາມ“ IS ດຳເນີນ, ເຮັດໃຫ້ຊາວອິດສະລາມ 45 ຄົນເສຍຊີວິດ.