ປາແລດສະຕີນສົ່ງໃບຄຳຮ້ອງເຂົ້າຮ່ວມສົນທິສັນຍາສາກົນຂອງສປຊ ຢ່າງເປັນທາງການ

ປາແລດສະຕີນສົ່ງໃບຄຳຮ້ອງເຂົ້າຮ່ວມສົນທິສັນຍາສາກົນຂອງສປຊ ຢ່າງເປັນທາງການ - ảnh 1
ປະທານາທິບໍດີ ປາແລສະຕີນ Mahmoud Abbas
ພາບ:cand.com


(vovworld) - ວັນ​ທີ 2/4, ສປຊ ​ໃຫ້​ຮູ້​ວ່າ: ປາ​ແລດ​ສະຕີ​ນ ຢາກ​ເຂົ້າ​ຮ່ວມ​ສົນ​ທິສັນຍາ, ຂໍ້​ສັນຍາ​ຈຳນວນ​ຫນຶ່ງ​ຄື: ສົນທິສັນຍາວຽນ ກ່ຽວ​ກັບ​ການ​ພົວພັນ​ດ້ານ​ການ​ທູດ, ສົນທິສັນຍາ​ສາກ​ົນກ່ຽວ​ກັບ​ສິດຂອງ​ເດັກ, ສົນທິສັນຍາ​ລົບ​ລ້າງ​ທຸກ​ຮູບ​ການ​ປະພຶດ​ຕໍ່​ສຳລັບ​ແມ່ຍິງ, ສົນທິສັນຍາ​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອນ ​ແລະ ການ​ເມືອງ, ສົນທິສັນຍາ​ຕ້ານ​ການ​ດັບ​ສູນ​ເຊື້ອ​ຊາດ.

 ທ່ານ Riyad Mansour ທູດ​ພິ​ເສດ​ຂອງ​ປາ​ແລ​ສະຕີ​ນ ປະຈຳ ສປຊ​ໄດ້ ​ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ຂໍ້​ຕົກລົງ​ຢ່າງ​ເປັນ​ທາງ​ການ​ຂອງ ປາ​ແລ​ສະຕີ​ນ ​ແລະ ຈະ​ມີ​ຜົນ​ສັກສິດ​ໃນ​ຮອບ​ເວລາ 30 ວັນ ພາຍຫລັງ​ຖືກ​ສົ່ງ​ເຖິງ​ເລຂາທິການ​ໃຫຍ່ ສປຊ. ທ່ານ Mansour ຢືນຢັນ​ວ່າ: ການ​ກະທຳ​ນີ້ ​ແມ່ນ​ຖືກຕ້ອງ​ກັບ​ກົດໝາຍ ​ແລະ ປາ​ແລດ​ສະຕີ​ນ ມີ​ສິດ​ເຂົ້າ​ຮ່ວມ​ບັນດາ​ສົນ​ທິສັນຍາ, ຂໍ້​ສັນຍາ​ສາກົນ ຍ້ອນ​ວ່າ​ປາ​ແລດ​ສະຕີນ ​ໄດ້​ຮັບ​ການ​ຮັບຮອງ​ວ່າເປັນ​ລັດ​​​ສັງ​ເກດ​ການ​ຂອງ ສປຊ ​​ເມື່ອ​ເດືອນ 11/2012. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ຂອງ ສປຊ, ທ່ານ Farhan Hag ​ໃຫ້​ຮູ້​ວ່າ: ​ໃບ​ຄຳ​ຮ້ອງ​ຂອງ ​ປາ​ແລ​ສະຕີ​ນ ​ໄດ້ຮັບ​ການ​ພິຈາລະນາ​ກ່ອນ​ທີ່​ດຳ​ເນີນ​ບັນດາ​ບາດກ້າວ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ