ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ

ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ - ảnh 1
ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອີ​ເຕີ​ເນັດ
(ພາບ: baocongthuong.com)

(vovworld) - ຕອນ​ເຊົ້າ​ວັນ​ທີ 27/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອີ​ເຕີ​ເນັດ ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ 63 ​ແຂວງ, ນະຄອນ​ເມື່ອ​ປຶກສາ​ຫາລື “​​​ຮ່າງ​​ແນ​ແມ່​ບົດສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ”. ທີ່​ກອງ​ປະຊຸມ, ມີ​ຫຼາຍ​ຄວາມ​ເຫັນ​ໄດ້​ເຫັນ​ດີ​ຕໍ່​ຮ່າງ​ແຜນ​​ແມ່​ບົດ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ເລື່​ອງປ່ອນ​ບັດ​ໄວ້​ວາງ​ໃຈ​ປະຈຳ​ປີ​ໃຫ້​ແກ່​ບາງ​ຕຳ​ແໜ່​ງ​ໂດ​ຍສະພາ​ແຫ່ງ​ຊາດ​​ເລືອກ​ຕັ້ງ ​ຫຼື ​ໃຫ້​ສັດຕະຍາບັນ. ຕາມ​ທ່ານ​ນາງ​ສະມາຊິກ​ສະພາ​ແຫ່ງ​ຊາດ Le Thi Nga, ຮອງ​ຫົວໜ້າກຳມາ​ທິການ​ຍຸຕິ​ທຳຂອງ​ສະພາ​ແຫ່ງ​ຊາດ ​ແລ້ວ, ​​ເພື່ອ​ໃຫ້ເລື່​ອງປ່ອນ​ບັດ​ໄວ້​ວາງ​ໃຈມີ​ປະສິດທິ​ຜົນ ​ແລະ ຄຸນ​ນະພາ​ບຕ້ອງ​ອີງ​ໃສ່​ໂຄງການ​ເຄື່ອນ​ໄຫວ​ລະອຽດ ​ຂອງ​ບັນ​ດາ​ຕຳ​ແໜ່​ງນັ້ນ. ທ່ານ​ນາງ Le Thi Nga ​ເວົ້າ​ວ່າ:

“ກ່ອນ​ທີ່​ສະມາຊິກ​ສະພາ​ແຫ່ງ​ຊາດ​ປ່ອນ​ບັດ​ໄວ້​ວາງ​ໃຈ, ​ບັນດາ​ສະ​ຫາຍ​ຖືກສະ​ເໜີ​ຕ້ອງ​ມີ​ໂຄງການ​ເຄື່ອນ​ໄຫວ. ​ເມື່ອ​ມີ​ໂຄງການ​ເຄື່ອນ​ໄຫວ​ແລ້ວ, 1 ຫຼື 2 ປີ ພວກ​ຂ​້າພະ​ເຈົ້າ​ອີງ​ໃສ່​​ການ​ປະຕິບັດ​ໂຄງການ​​ເຄື່ອນ​ໄຫວຂອງ​ພວກ​ສະຫາຍ​ນັ້ນ​ຄື​ແນວ​ໃດ? ​ທັດສະນາ​ຂອງ​ຂ້າພະ​ເຈົ້າ​ເອງ​ແມ່ນ ປ່ອນ​ບັດ​​ໄວ້​ວາງ​ໃຈ​ຈາກ​ຕຳ​ແໜ່​ງລັດຖະມົນຕີ​ຂຶ້ນ​ໄປ”

ຕອນ​ບ່າ​ຍວັນ​ດຽວ​ກັນ, ກອງ​ປະຊຸມ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ “ຮ່າງ​ແຜນ​​ແມ່​ບົດ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່”

ຂ່າວ/ບົດ​ອື່ນ