(vovworld) - ພາຍຫຼັງສິ້ນສຸດກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ເຊິ່ງດຳເນີນໃນວັນທີ 16 – 17/01 ຢູ່ Bagan, ປະເທດມຽນມາ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນດາທິດທາງ ແລະ ເນື້ອໃນການເຄື່ອນໄຫວຂອງອາຊຽນໃນປີ 2014.
ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິນ ໃຫ້ຮູ້ວ່າ ບຸລິມະສິດຂອງອາຊຽນ ໃນໄລຍະຈະມາເຖິງ ແມ່ນສຸມໃສ່ປະຕິບັດບັນດາມາດຕະການທີ່ຍັງເຫຼືອໃນວິວັດການສ້າງປະຊາຄົມອາຊຽນ. ປະຈຸບັນອາຊຽນ ປະຕິບັດໄດ້ 80% ຈຳນວນມາດຕະການເຊິ່ງນອນໃນ 3 ວິວັດການກໍ່ສ້າງປະຊາຄົມອາຊຽນ ບົນ 3 ເສົ້າຄ້ຳ. ຮອດປີ 2015 ອາຊຽນ ຈະປະຕິບັດບັນດາມາດຕະການຍັງເຫຼືອໄດ້ ຫຼື ບໍ່ແມ່ນອິ່ງໃສ່ຄວາມຄືບໜ້າເຊິ່ງອາຊຽນ ບັນລຸໄດ້ໃນປີບານພັບ 2014 ນີ້ ແລະ ບົດບາດຂອງມຽນມາ ໃນຖານະເປັນປະທານອາຊຽນ ໃນປີ 2014 ສຳລັບວິວັດການກໍ່ສ້າງປະຊາຄົມອາຊຽນ ແມ່ນສຳຄັນທີ່ສຸດ.
ກ່ຽວກັບບົດບາດຂອງປະທານອາຊຽນ ໃນປີ 2014 ແລະ ວຽກງານກະກຽມຂອງມຽນມາ ໃຫ້ແກ່ບັນດາກອງປະຊຸມ, ທ່ານເລເລືອງມິນ ເນັ້ນໜັກວ່າ ເປັນຄັ້ງທຳອິດທີ່ມຽນມາ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ພາຍຫຼັງ 17 ປີທີ່ເຂົ້າເປັນສະມາຊິກອາຊຽນ, ແຕ່ມຽນມາ ໄດ້ມີວິວັດທະນາການກະກຽມແຕ່ດົນນານ ໃຫ້ແກ່ບົດບາດເປັນປະທານອາຊຽນແລ້ວ. ບັນດາປະເທດສະມາຊິກ, ປະເທດຄູ່ຮ່ວມມື ແລະ ຄະນະເລຂາອາຊຽນ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍໃຫ້ມຽນມາ ຮັບດຳລົງຕຳແໜ່ງປະທານອາຊຽນ 2014 ເປັນຢ່າງດີ.