(vovworld) – ຕອນເຊົ້າວັນທີ 29/12, ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ຂອງລັດຖະບານກັບບັນດາທ້ອງຖິ່ນຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບໜ້າທີ່ພັດທະນາເສດຖະກິດສັງຄົມ ແລະ ຄາດຄະເນງົບປະມານຂອງລັດປີ 2016, ສືບຕໍ່ດຳເນີນພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຖືວ່າ, ໃນສະພາບການໂລກາພິວັດ, ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ການແກ່ງແຍ່ງໃນເສດຖະກິດການຕະຫຼາດນັບມື້ນັບຂ້ຽວຂາດ, ປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງ, ສັນຍາການຄ້າເສລີຫຼາຍສະບັບໄດ້ຮັບການລົງນາມ ແລະ ພວມເຄື່ອນໄຫວ, 55 ປະເທດມີສັນຍາການຄ້າກັບຫວຽດນາມ, ທັງຮ່ວມມື, ທັງແກ່ງແຍ່ງແມ່ນທ່າອ່ຽງຂອງໂລກ ເຊິ່ງຫວຽດນາມບໍ່ອາດຢືນຢູ່ເບື້ອງນອກໄດ້. ໃນສະພາບການນັ້ນ, ຮຽກຮ້ອງໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງທຸກຂັ້ນຂອງພະຍາຍາມແກ້ໄຂສິ່ງທີ່ຈຳກັດ, ອ່ອນດ້ອຍ, ຄວາມຫຍຸ້ງຍາກ, ຫັນສິ່ງທ້າທາຍຄວາມສະດວກ, ມີບັນດາແຜນນະໂຍບາຍຮັບມືຕໍ່ບັນດາການຜັນແປໃໝ່ຢ່າງທັນການ… ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຕ້ອງຄວບຄຸມໄພເງິນເຟີ້ເປັນຢ່າງດີ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ, ແຕ່ລະກະຊວງ, ແຕ່ລະທ້ອງຖິ່ນຕ້ອງສືບຕໍ່ຍູ້ແຮງ 3 ຂອດບຸກທະລຸຍຸດທະສາດ, ນັ້ນແມ່ນ: ສ້າງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ; ພັດທະນາແຫຼ່ງຊັບພະຍາກອນມະນຸດຢ່າງໄວ; ກໍ່ສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນຕ້ອງປະຕິບັດແຜນການສ້າງໂຄງປະກອບການລົງທຶນພາກລັດຄືນໃໝ່ເພື່ອບັນລຸປະສິດທິຜົນ; ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດປ່ຽນໃໝ່ເຕັກໂນໂລຊີ, ສ້າງກຳລັງແກ່ງແຍ່ງ.
ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ພັດທະນາວັດທະນະທໃນຳສັງຄົມ, ຄວາມຍຸຕິທຳສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ, ຜັນຂະຫຍາຍບັນດາຂົງເຂດໃຫ້ຄົບຊຸດຄື: ວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ… ໃນນັ້ນສຸມໃສ່ຊີ້ນຳ 2 ໂຄງການຈຸດໝາຍແຫ່ງຊາດໃຫ້ເປັນຢ່າງດີນັ້ນແມ່ນ: ໂຄງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ກໍ່ສ້າງຊົນນະບົດໃໝ່.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ແຈ້ງວ່າ, ບັນດາກະຊວງ, ຂະແໜງການ ຕ້ອງສຸມໃສ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫຼຸດຜ່ອນລາຍຈ່າຍ, ຄວາມຫຍຸ້ງຍາກໃຫ້ວິສາຫະກິດ ແລະ ປະຊາຊົນ. ພິເສດແມ່ນພັດທະນາການນຳໃຊ້ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານ; ຍົກສູງປະສິດທິຜົນວຽກງານການຕ່າງປະເທດ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ…