ປີ 2018, ການສົ່ງອອກເຄື່ອງປ່າຂອງດົງຢູ່ ຫວຽດນາມ ຄາດວ່າບັນລຸ 9,3 ຕື້ USD

(VOVWORLD) - ຕາມກົມໃຫຍ່ປ່າໄມ້ແລ້ວ, ໝາກຜົນດັ່ງກ່າວແມ່ນຍ້ອນພາຍຫຼັງ 5 ປີທີ່ປະຕິບັດການສ້າງໂຄງປະກອບຂະແໜງປ່າໄມ້ຄືນໃໝ່ບັນລຸໄດ້ໝາກຜົນຈະແຈ້ງຫຼາຍຢ່າງ, ສ້າງການຫັນປ່ຽນຕັ້ງໜ້າໃນການຫັນປ່ຽນໂຄງປະກອບການຜະລິດ...

ກົມໃຫຍ່ປ່າໄມ້, ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ມູນຄ່າການສົ່ງອອກເຄື່ອງປ່າຂອງດົງໃນ 11 ເດືອນປີ 2018 ຄາດວ່າບັນລຸເກືອບ 8,5 ຕື້ USD, ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017, ຄາດວ່າມູນຄ່າການສົ່ງອອກເຄື່ອງປ່າຂອງດົງຂອງທັງປີຈະບັນລຸ 9,3 ຕື້ USD. ຕະຫຼາດສົ່ງອອກເຄື່ອງປ່າຂອງດົງສຸມໃສ່ຕົ້ນຕໍແມ່ນ ອາເມລິກາ, ຍີ່ປຸ່ນ, ອີຢູ, ຈີນ ແລະ ສ. ເກົາຫຼີ.

        ຕາມກົມໃຫຍ່ປ່າໄມ້ແລ້ວ, ໝາກຜົນດັ່ງກ່າວແມ່ນຍ້ອນພາຍຫຼັງ 5 ປີທີ່ປະຕິບັດການສ້າງໂຄງປະກອບຂະແໜງປ່າໄມ້ຄືນໃໝ່ບັນລຸໄດ້ໝາກຜົນຈະແຈ້ງຫຼາຍຢ່າງ, ສ້າງການຫັນປ່ຽນຕັ້ງໜ້າໃນການຫັນປ່ຽນໂຄງປະກອບການຜະລິດ, ໂຄງປະກອບເສດຖະກິດ.

        ໃນໄລຍະຈະມາເຖິງ, ສັນຍາຄູ່ຮ່ວມມືສະໝັກໃຈກ່ຽວກັບການປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງປ່າ ແລະ ການຄ້າເຄື່ອງປ່າຂອງດົງ (VPA/FLEGT) ຈະນຳມາເຊິ່ງຜົນກະທົບຕັ້ງໜ້າໃຫ້ແກ່ ຫວຽດນາມ ໃນ 3 ຂົງເຂດຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ໃນນັ້ນພົ້ນເດັ່ນທີ່ສຸດແມ່ນຜົນປະໂຫຍດດ້ານເສດຖະກິດ. ສິ່ງດັ່ງກ່າວຈະປະກອບສ່ວນປະຕິບັດຄາດໝາຍຍົກວົງເງິນການສົ່ງອອກໄມ້ ແລະ ຜະລິດຕະພັນຈາກໄມ້ຂອງ ຫວຽດນາມ ບັນລຸແຕ່ 12 – 13 ຕື້ USD ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ