ປີ2014ແມ່ນປີທີ່ຫວຽດນາມປະສົບຜົນສຳເລັດໃນການຮັກສາອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ
ພາບປະກອບ:tienphong.vn
|
(vovworld)- ມາຮອດປະຈຸບັນ, ລະດັບເຫນັງຕີງລະຫວ່າງສະກຸນເງິນດົງ(VND)ຂອງຫວຽດນາມ ແລະ ສະກຸນເງິນໂດລາສະຫະລັດ(USD) ພຽງເພີ່ມຂຶ້ນກວ່າ 1% ເມື່ອທຽບໃສ່ໄລຍະຕົ້ນປີ. ຕາມການຄາດຄະເນແລ້ວ, ມູນຄ່າແລກປ່ຽນເງິນຕາຕ່າງປະເທດຢູ່ຕະຫລາດລະຫວ່າງທະນາຄານ ແລະ ລະຫວ່າງທະນາຄານກັບລູກຄ້າ ແມ່ນເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ປີ 2013. ສະພາບການນຳໃຊ້ USD ແມ່ນຫລຸດລົງຈາກ 25% ລົງເຫລືອພຽງ 11% ໃນປີ. ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິໃນປີ 2014, ການຊຳລະເກີນດຸນ ແມ່ນ 10 ຕື້ USD, ດຸນການຄ້າແມ່ນບັນດາສາຍເຫດຕົ້ນຕໍຫນູນຊ່ວຍເຮັດໃຫ້ລາຄາຕະຫລາດເປັນປົກກະຕິ. ກົງກັນຂ້າມ, ອັດຕາແລກປ່ຽນເງິນຕາຕ່າງປະເທດກໍໄດ້ປະກອບສ່ວນຫນູນຊ່ວຍ ການເຄື່ອນໄຫວຂອງພື້ນຖານເສດຖະກິດ.