ປີ2014ແມ່ນປີປະສົບຜົນສຳເລັດໃນການພົວພັນຫວຽດນາມ-ສເກົາຫຼີ
ພາບປະກອບ
|
(vovworld) - ປີ 2014 ແມ່ນປີປະສົບຜົນສຳເລັດໃນການພົວພັນຫວຽດນາມ - ສເກົາຫຼີ, ນັ້ນແມ່ນການຕີລາຄາຂອງທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ສເກົາຫຼີ ຟ້າມຫື້ວຈີ໋ ຕໍ່ນັກຂ່າວຂ່າວສານຫວຽດນາມໃນໂອກາດບຸນເຕັດປີມະແມ 2015. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ການຢ້ຽມຢາມລັດຖະກິດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແມ່ນສອງເຫດການໃຫຍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ໃນປີ 2014. ທ່ານຖືວ່າ, ໜຶ່ງໃນບັນດາຂົງເຂດພົ້ນເດັ່ນທີ່ສຸດນັ້ນແມ່ນການຮ່ວມມືດ້ານເສດຖະກິດ, ໃນນັ້ນສເກົາຫຼີ ໄດ້ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ສຸດຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ຟ້າມຫື້ວຈີຖືວ່າ, ປີ 2015, ການພົວພັນລະຫວ່າງຫວຽດນາມ - ສເກົາຫຼີຈະສືບຕໍ່ພັດທະນາຢ່າງແຮງ. ທັງສອງປະເທດພວມສູ້ຊົນນຳວົງເງິນການຄ້າສອງຝ່າຍຂຶ້ນ 70 ຕື້ USD ໃນປີ 2020. ໃນໂອກາດບຸນປີໃໝ໋ປີມະແມ, ສະຖານທູດຫວຽດນາມໄດ້ສົມທົບກັບສະມາຄົມຊາວຫວຽດນາມຢູ່ສເກົາຫຼີ ຈັດຕັ້ງລາຍການຕ້ອນຮັບປີໃໝ່, ຕ້ອນຮັບບຸນເຕັດຢູ່ບັນດານະຄອນໃຫຍ່ໃນທົ່ວປະເທດ ສເກົາຫຼີ, ຜ່ານນັ້ນສ້າງບັນຍາກາດໃຫ້ພໍ່ແມ່ຊາວຫວຽດນາມຢູ່ສເກົາຫຼີໄດ້ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນ.