ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືຫວຽດນາມ-ອາເມລິກາ

ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືຫວຽດນາມ-ອາເມລິກາ - ảnh 1
ທ່ານ Thomas Countryman,ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ
ພາບ:baodatviet

(vovworld)-  ວັນ​ທີ 13/10 ຢູ່ ຮ່າ​ໂນ້ຍ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Thomas Countryman, ຮັບ​ຜິດ​ຊອບ​ບັນ​ຫາ​ຮ່ວມ​ມື​ດ້ານ​ນິວ​ເຄຼຍ​ພົນ​ລະ​ເຮືອນ ແລະ ຕ້ານ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ລ້າງ​ຜານ ໄດ້​ພົບ​ປະ​ກັບ​ວົງ​ການ​ສື່ມວນ​ຊົນ​ຫວຽດ​ນາມ ເພື່ອ ແລກ​ປ່ຽນກ່ຽວ​ກັບ​ການ​ຮ່ວມ​ມື ຫວຽດ​ນາມ - ອາ​ເມ​ລິ​ກາ ໃນ​ຂົງ​ເຂດ​ນິວ​ເຄ​ຼຍ ພົນ​ລະ​ເຮືອນ ກໍ​ຄື​ກວດ​ກາ​ດ້ານ​ການ​ຄ້າ​ໃນ​ວິ​ວັດ​ການ​ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP. ທ່ານ Thomas Countryman ໃຫ້​ຮູ້​ວ່າ: ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດ​ນິວ​ເຄຼຍ​ພົນ​ລະ​ເຮືອນ​ໃນ​ປີ 2014 ແລະ ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານເພື່ອ​ປືກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ປາດ​ຖະ​ຫນາ​ຂອງ​ຫວຽດ​ນາມ ຢາກ​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ໃນ ອາ​ຊຽນ ຜະ​ລິດ​ພະ​ລັງ​ງານ​ນິວ​ເຄຼຍ. ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ TPP ແລະ ພະ​ລັງ​ງານ, ທ່ານ Thomas Countryman ຖື​ວ່າ ນີ້​ແມ່ນ​ສາຍ​ກ່ຽວ​ພັນ​ທາງ​ອ້ອມ ຖ້າ​ຫາກ TPP ສຳ​ເລັດ​ຜົນ​ໃນ​ການ​ກະ​ຕຸກ​ຊຸກ​ຍູ້​ເສດ​ຖະ​ກິດ ຫວຽດ​ນາມ ເຕີບ​ໂຕກວ່າ ຈະ​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ນຳ​ໃຊ້​ພະ​ລັງ​ງານ​ເພີ່ມ​ຂຶ້ນ ແລະ ສິ່ງນີ້​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ເຮັດ​ແນວ​ໃດ​ເພື່ອ​ຮັບ​ປະ​ກັນ​ຄຳ​ໝັ້ນ​ສັນ​ຍາ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ.

ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ ຄັ້ງ​ນີ້ ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່ານ Thomas Countryman, ໄດ້​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ຄວາມ​ ​ປອດ​ໄພ​ການ​ເດີນ​ທະ​ລ ແລະ ການ​ປັບ​ປຸງ​ບັນ​ດາ​ກົດ​ໝາຍ​ຂອງ​ຫວຽດ​ນາມ, ຂໍ້​ກຳ​ນົດ, ກຳ​ລັງ​ຄວາມ​ສາ​ມາດ​ຄ​ື​ແນວ​ໃດ​ເພື່ອ​ກວດ​ກາ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ.

 

 

ຂ່າວ/ບົດ​ອື່ນ