(vovworld) – ວັນທີ 8/5, ຄະນະຊີ້ນຳປັບປຸງລັດຖະທຳມະນູນປີ 1992 ແຂວງ ຊອກຈັງ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍການຮັບເອົາຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນ ປີ 1992 ຄັ້ງທີ 2 ໃຫ້ແກ່ບັນດາພະນັກງານ, ສະມາຊິກຄະນະຊີ້ນຳຂັ້ນແຂວງ, ເມືອງ, ເທດສະບານ ແລະ ນະຄອນ. ໝາກຜົນຄັ້ງທີ 1 ໃນທ່ົວບໍລິເວນແຂວງ ຊອກຈັງ, ຄະນະຊີ້ນຳແຂວງຊອກຈັງ ໄດ້ຮັບຮອງກ່ວາ 70.000 ຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຈາກບັນດາອົງການ, ສ່ວນບຸກຄົນໃນແຂວງ. ບົນຈິດໃຈນັ້ນ, ຄະນະຊີ້ນຳສືບຕໍ່ຜັນຂະຫຍາຍການຮັບເອົາຄຳເຫັນຄັ້ງທີ 2 ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນທຸກຊັ້ນວັນນະ, ອົງການສັງຄົມຕ່າງໆສືບຕໍ່ປະກອບຄຳເຫັນສະແດງທັດສະນະຂອງຕົນຜ່ານບັດຮັບເອົາຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ, ປະກອບສ່ວນສ້າງສຳເລັດລັດຖະທຳມະນູນ ກໍ່ຄືລະບົບກົດໝາຍຂອງປະເທດຊາດ.