ຜັນຂະຫຍາຍການ ປະຕິບັດລັດຖະທຳມະນູນ ຢ່າງທັນການ, ຄົບຊຸດ ແລະ ມີປະສິດທິຜົນ
ວາລະປະຊຸມຄັ້ງທີ 23 ຄະນະປະຈຳສະພາແຫ່ງຊາດ
(ພາບ: Nhan Sáng/TTXVN)
(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 23, ຕອນເຊົ້າວັນທີ 24/12, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ແຜນການຜັນຂະຫຍາຍການປະຕິບັດລັດຖະທຳມະນູນປະເທດ ສສ ຫວຽດນາມ ແລະ ຮ່າງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດສະຫລຸບການປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດປີ 2001. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເປັນປະທານວາລະປະຊຸມ.
ໃບສະເໜີຂອງກຳມາທິການກົດໝາຍຂອງສະພາແຫ່ງຊາດຊີ້ແຈ້ງວ່າການຜັນຂະຫຍາຍການປະຕິບັດລັດຖະທຳມະນູນຕ້ອງຮັບປະກັນໂຄສະນາ, ເຜີຍແຜ່ເນື້ອໃນຈິດໃຈເຖິງປະຊາຊົນທຸກຊັ້ນວັນນະຢ່າງເລິກເຊິ່ງ ແລະ ກ້ວາງຂວາງ; ຮັບປະກັນການປະຕິບັດລັດຖະທຳມະນູນໃນທຸກໆຂົງເຂດຂອງຊີວິດສັງຄົມຢ່າງເຂັ້ມງວດ. ຕາມບັນດາກຳມາການຄະນະປະຈຳສະພາແຫ່ງຊາດແລ້ວ, ລັດຖະທຳມະນູນຈະມີຜົນສັດສິດນັບແຕ່ວັນທີ 1/1/2014 ເປັນຕົ້ນໄປ, ດັ່ງນັ້ນບັນດາເອກະສານຝືນກັບລັດຖະທຳມະນູນຕ້ອງໄດ້ຮັບການລົບລ້າງໃນທັນທີ.
ກ່ຽວກັບວຽກງານໂຄສະນາເຜິຍແຜ່ການປະຕິບັດລັດຖະທຳມະນູນສະບັບປັບປຸງ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ່ອງ, ປະກອບຄຳເຫັນວ່າ:
“ຄວນມີມະຕິກ່ຽວກັບການຜັນຂະຫຍາຍແຜນການຂອງຄະນະປະຈຳສະພາແຫ່ງຊາດ ປະຕິບັດມະຕິຂອງສະພາແຫ່ງຊາດ. ຄວນຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດເພື່ອຊາບຊຶມ, ຮັບເອົາ. ຢູ່ທ້ອງຖີ່ນແມ່ນຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງ, ທົ່ວລະບົບການເມືອງຕ້ອງເຂົ້າຮ່ວມເພື່ອໂຄສະນາເຜິຍແຜ່ລັດຖະທຳມະນູນ”
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງຖືວ່າ: ມີ 2 ວິທີເພື່ອໂຄສະນາ, ທີ 1 ແມ່ນ ໂຄສະນາຢ່າງເປັນທາງການໂດຍຄະນະໂຄສະນາສຶກສາຈັດຕັ້ງຜັນຂະຫຍາຍ, ທີ 2 ແມ່ນໂຄສະນາຜ່ານກອງປະຊຸມສຳມະນາ, ບັນດາພາຫະນະສື່ມວນຊົນ. ເລື່ອງໂຄສະນາຄວນສຸມໃສ່ຊີ້ແຈ້ງລັກສະນະສືບທອດ, ຈຸດໃໝ່ຂອງລັດຖະທຳມະນູນ ແລະ ໂຄສະນາຢ່າງກ້ວາງຂວາງເພື່ອຜັນຂະຫຍາຍພຸມປັນຍາທົ່ວປວງຊົນທັງຊາດ.