ການດຳລົງຊີວິດຂອງປະຊາຊົນຢູ່ເກາະຊາວຫນຸ່ມແບກລອງຫວີ
ພາບ:tienphong.vn
|
(vovworld)- ທີ່ກອງປະຊຸມຜັນຂະຫຍາຍໂຄງການເກາະຊາວຫນຸ່ມທົ່ວປະເທດໄລຍະ 2013-2020 ຊື່ງດຳເນີນໄປໃນວັນທີ 26/7 ຢູ່ ຮ່າໂນ້ຍ, ທ່ານ ຟ້າມແທງບີງ, ປະທານເມືອງເກາະ ກົນກໍ໋ ແຂວງ ກວາງຈີ້ ໃຫ້ຮູ້ວ່າ: ເກາະຊາວຫນຸ່ມ ກົນກໍ໋ ໄດ້ຮັບການສ້າງຕັ້ງເມື່ອປີ 2002. ໃນວິວັດການສ້າງຕັ້ງ ແລະ ພັດທະນາ, ກຳລັງຊາວຫນຸ່ມໄດ້ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ຟ້າມແທງບີງ ໃຫ້ຮູ້ວ່າ:
“ຈາກ ສູນກາງຄະນະຊາວຫນຸ່ມ ຕະຫລອດຮອດຄະນະຊາວຫນຸ່ມແຂວງ, ເມືອງ ພ້ອມກັບອຳນາດການປົກຄອງທຸກຂັ້ນທີ່ມີເກາະ ໄດ້ຮັບການເລືອກເຟັ້ນເພື່ອກໍ່ສ້າງເກາະຊາວຫນຸ່ມ. ຖ້າຫາກສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງໃນການສ້າງແຜນນະໂຍບາຍ, ເລື່ອງຜັນຂະຫຍາຍຈັດຕັ້ງການປະຕິບັດໂຄງການຈະສະດວດກວ່າ. ບັນຫາທີສອງ ຕ້ອງຮັບປະກັນເງື່ອນໄຂການດຳລົງຊີວິດໃຫ້ແກ່ຊາວຫນຸ່ມກໍ່ສ້າງເກາະ. ໃນຈຳນວນຊາວຫນຸ່ມຕະລຸມບອນມາກໍ່ສ້າງເກາະ ຄວນຄັດເລືອກຜູ້ມີຄວາມສາມາດເຄື່ອນໄຫວຢູ່ທະເລ, ມີລະດັບຄວາມຮູ້, ປະກອບສ່ວນຍົກສູງລະດັບຄວາມຮູ້ໃຫ້ແກ່ປະຊາຊົນທ້ອງຖິ່ນ.”
ໂຄງການເກາະຊາວຫນຸ່ມທົ່ວປະເທດໄລຍະ 2013-2020 ໂດຍສູນກາງ ຊາວຫນຸ່ມກອມມູນິດ ໂຮ່ຈິມີນ ສ້າງຕັ້ງຂຶ້ນ ດ້ວຍຈຸດໝາຍ ຮັບປະມານ 590 ຄອບຄົວ ຊາວຫນຸ່ມຕະລຸມບອນມາກໍ່ຮ່າງສ້າງຕົວຢູ່ເກາະ, ປັບປຸງ ແລະ ສ້າງຕັ້ງຄະນະຊາວຫນຸ່ມຕະລຸມບອນເຂົ້າຮ່ວມການພັດທະນາເສດຖະກິດ, ສ້າງເປັນກຳລັງພົນລະພັກ. ຄຽງຄູ່ກັບການສືບຕໍ່ລົງທຶນກໍ່ສ້າງເກາະ ແບກລອງຫວີ(ນະຄອນຫາຍຟ່ອງ) ແລະ ກົນກໍ໋ (ແຂວງກວາງຈີ້)ແລ້ວ, ເກາະໃຫມ່ 3 ແຫ່ງ ຈະໄດ້ຮັບການກໍ່ສ້າງເປັນເກາະຊາວຫນຸ່ມ ນັ້ນແມ່ນ: ເກາະເຈີນ (ແຂວງກວ໋າງນີງ), ຮ່ອນຈວຍ(ແຂວງ ກາເມົາ), ໂຖເຈົາ(ແຂວງກຽນຢາງ). ການຜັນຂະຫຍາຍການກໍ່ສ້າງ ເກາະຊາວຫນຸ່ມໃຫມ່ 3 ແຫ່ງນີ້ ຈະເລີ່ມຕົ້ນແຕ່ປີ 2015.