ຜັນຂະຫຍາຍໂຄງການໜູນຊ່ວຍດອກເບ້ຍໃຫ້ແກ່ວິສາຫະກິດຢ່າງທັນການ, ມີປະສິດທິຜົນ, ຖືກຕ້ອງການການກຳນົດ
(VOVWORLD) - ຕອນບ່າຍວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ຈັດກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບການຜັນຂະຫຍາຍບ້ວງເງິນໜູນຊ່ວຍດອກເບ້ຍ 2% ຕໍ່ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ.
ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) |
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີໃຫ້ບັນດາກະຊວງ, ຂະແໜງການດຳເນີນການສຳຫຼວດກວດກາຄືນບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂະແໜງອາຊີບ, ເປົ້າໝາຍໄດ້ຊົມໃຊ້, ເງື່ອນໄຂກູ້ຢືມ…ເພື່ອປັບປຸງຢ່າງທັນການ, ທະນາຄານແຫ່ງລັດຕ້ອງເປັນເຈົ້າການກຳແໜ້ນສະພາບການຈາກຂັ້ນຮາກຖານ, ຖ້າກວດພົບຄວາມຫຍຸ້ງຍາກ, ຂໍ້ຕິດຂັດຕ້ອງມີວິທີການແກ້ໄຂຕາມສິດອຳນາດຂອງຕົນຢ່າງທັນການ, ຫຼືສະເໜີຂັ້ນທີ່ມີສິດອຳນາດພິຈາລະນາ, ຕັດສິນ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກໍ່ມອບໝາຍໃຫ້ທະນາຄານແຫ່ງລັດແຕ່ງຕັ້ງຄະນະປະຕິບັດງານ (ໂດຍມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ) ໂດຍໄວ ເພື່ອດຳເນີນການສຳຫຼວດສະພາບການຜັນຂະຫຍາຍປະຕິບັດຂອງບັນດາທະນາຄານການຄ້າ, ກຳແໜ້ນບັນດາບັນຫາທີ່ໄດ້ວາງອອກໃນຕົວຈິງ ເພື່ອມີມາດຕະການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງຮາກຖານຢ່າງທັນການ. ໄປຄຽງຄູ່ກັນນັ້ນ, ທະນາຄານແຫ່ງລັດກໍ່ສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ຍູ້ແຮງວຽກງານຖະແຫຼງຂ່າວໂຄສະນາ ເພື່ອຜັນຂະຫຍາຍໂຄງການໜູນຊ່ວຍດອກເບ້ຍໃຫ້ແກ່ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ຢ່າງທັນການ, ມີປະສິດທິຜົນ, ຖືກຕ້ອງຕາມຂໍ້ກຳນົດ.