(ພາບ: vov.vn)
(vovworld)- ຕອນບ່າຍວັນທີ 22/4, ໄດ້ຈັດໃຫ້ມີກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດກັບ 63 ແຂວງນະຄອນໃນທົ່ວປະເທດ ເພື່ອຕີລາຄາການປະຕິດບັດວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໃນໄລຍະ 2011-2012, ຜັນຂະຫຍາຍໜ້າທີ່ ແລະ ກຳນົດທິດຮອດປີ 2015.
ບົດລາຍງານຂອງກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ: ໃນ 2 ປີຜ່ານມາ, ມີກ່ວາ 60.000 ຕື້ດົ່ງໄດ້ລົງທຶນໃຫ້ແກ່ໂຄງການຫລຸດຜ່ອນຄວາມທຸກຍາກ. ຍ້ອນເຫດນັ້ນ, ທົ່ວປະເທດມີ 29 ລ້ານເທື່ອຄົນທຸກຍາກ, ຊາວຊົນເຜົ່າສ່ວນໜ້ອຍໄດ້ຮັບບັດປະກັນສຸຂະພາບ, ນັກຮຽນກ່ວາ 4 ລ້ານເທື່ອຄົນໄດ້ຍົກເວັ້ນຄ່າຮຽນ, ກ່ວາ 1 ລ້ານເທື່ອຄອບຄົວໄດ້ກູ້ຢືມທຶນສິນເຊື່ອ…. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວູ໋ວັນນິງ ຮຽກຮ້ອງໃຫ້ການນຳບັນດາທ້ອງຖິ່ນ, ກະຊວງ, ຂະແໜງການສູນກາງ ຈົ່ງໄຈ້ແຍກບັນດາດ້ານດີ ແລະ ດ້ານອ່ອນ, ປຶກສາຫາລືມາດຕະການຫລຸດຜ່ອນຄວາມທຸກຍາກ ແບບຍືນຍົງ. ທ່ານຮຽກຮ້ອງໃຫ້ຮອດປີ 2015 ອັດຕາສ່ວນຄອບຄົວທຸກຍາກ ໄດ້ຫລຸດລົງເຫຼືອພຽງ 5%.