ຜູ້ປະຈຳການຄະນະເລຂາສູນກາງພັກ ທ່ານເລຮົ່ງແອງ
(vovworld) - ຕອນເຊົ້າວັນທີ 3/10, ຜູ້ປະຈຳການຄະນະເລຂາສູນກາງພັກ ທ່ານເລຮົ່ງແອງ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ. ນີ້ແມ່ນໜຶ່ງໃນມະຫາວິທະຍາໄລ 2 ແຫ່ງທີ່ກົມການເມືອງ ກຳນົດແມ່ນຈຸດສຸມໃນການບຳລຸງສ້າງພະນັກງານກົດໝາຍ ເພື່ອຮັບໃຊ້ຍຸດທະສາດປະຕິຮູບດ້ານກົດໝາຍ.
ກ່າວຄຳເຫັນທີ່ພິທີໄຂສົກຮຽນ, ຜູ້ປະຈຳການຄະນະເລຂາສູນກາງພັກ ທ່ານເລຮົ່ງແອງ ສະເໜີໃຫ້ໂຮງຮຽນຕ້ອງປ່ຽນໃໝ່ຈິນຕະນາການ, ແນວຄິດ, ການຈັດຕັ້ງປະຕິບັດ, ເນື້ອໃນບຳລຸງສ້າງ, ວິທີສິດສອນ ແລະ ພິເສດແມ່ນການບຳລຸງສ້າງກົດໝາຍຕ້ອງຕິດພັນກັບພຶດຕິກຳຕົວຈິງ.
ຄະນະພັກ, ຄະນະອຳນວຍການ, ບັນດາຄູອາຈານ ແລະ ນັກສຶກສາ ຂອງໂຮງຮຽນຕ້ອງຊາບຊຶມຢ່າງເລິກເຊິ່ງ, ຫັນເປັນລະອຽດ ແລະ ປະຕິບັດມະຕິສູນກາງຄັ້ງ 8 ຊຸດທີ 11 ກ່ຽວກັບການປ່ຽນໃໝ່ການສຶກສາ-ບຳລຸງສ້າງໂດຍພຶ້ນຖານ ແລະ ຮອບດ້ານ ຢ່າງເຂັ້ມງວດ, ປ່ຽນໃໝ່ວິທີສິດສອນ ແລະ ຮຳ່ຮຽນຕາມທິດທັນສະໄໝ. ພ້ອມທັງຍົກສູງກຳລັງຄວາມສາມາດ, ຄຸນນະພາບ ແລະ ປະສິດທິຜົນໃນການຄົ້ນຄ້ວາວິທະຍາສາດ; ຕິດພັນການບຳລຸງສ້າງກັບການຄົ້ນຄ້ວາ, ໂຮງຮຽນກັບບັນດາອົງການຍຸຕິທຳ ຢ່າງແໜ້ນແຟ້ນ .