(vovworld) – ໂດຍສືບຕໍ່ຕິດຕາມວາລະຊັກຖາມ ແລະ ຕອບຄຳຊັກຖາມ ເຊິ່ງພວມດຳເນີນທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມຊຸດທີ 13. ໃນຕອນເຊົ້າວັນທີ 17/11, ຜູ້ມີສິດເລືອກຕັ້ງນະຄອນດ່ານັ້ງ ຖືວ່າ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຊັກຖາມບັນດາລັດຖະມົນຕີກ່ຽວກັບຫຼາຍບັນຫາທີ່ຜູ້ມີສິດເລືອກຕັ້ງສົນໃຈ. ຜູ້ມີສິດເລືອກຕັ້ງ ດິງດິ່ງຕວນ, ຢູ່ນະຄອນໂຮ່ຈິມິນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຕັດສິນຂອງລັດຖະບານ ໃນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ. ຕາມທ່ານ ດິງດິ່ງຕວນ ແລ້ວ, ຫົວໜ້າບັນດາກະຊວງ, ຂະແໜງການສ່ວນຫຼາຍໄດ້ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອປັບປຸງພາບຂອງຂະແໜງຄືດັ່ງຄຳໝັ້ນສັນຍາທີ່ໃຫ້ຕໍ່ສະມາຊິກສະພາແຫ່ງຊາດ. ຜູ້ມີສິດເລືອກຕັ້ງ ຫວູບ໋າຮຽບ, ຢູ່ນະຄອນເກີນເທີ ມີຄວາມພຶງພໍໃຈພໍ່ສົມຄວນກ່ຽວກັບວາລະຊັກຖາມຂອງທ່ານລັດຖະມົນຕີ ກ້າວດຶກຟາດ ແລະ ຖືວ່າ, ຕ້ອງມີເວລາເພື່ອໃຫ້ລັດຖະມົນຕີ ແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວປະເທດ ກໍຄືສະເພາະເຂດທົ່ງພຽງແມ່ນ້ຳຂອງ ທີ່ກ່ຽວຂ້ອງເຖິງບັນຫາກະສິກຳໃນປະຈຸບັນ. ຜູ້ມີສິດເລືອກຕັ້ງ ໂດ້ວັນມິງ, ຢູ່ນະຄອນໂຮ່ຈິມິນ ໄດ້ຕີລາຄາສູງວິທີຊັກຖາມທີ່ກອງປະຊຸມຄັ້ງນີ້, ທ່ານໂດ້ວັນມິງ ປາດຖະໜາວ່າ ວິທີຊັກຖາມນີ້ ຈະໄດ້ຮັບການສືບຕໍ່ປະຕິບັດໃຫ້ຫຼາຍກວ່າ.