ຜູ້ມີສິດເລືອກຕັ້ງມີຄວາມຫວັງຫຼາຍຢ່າງຕໍ່ ກອງປະຊຸມຄັ້ງທີ 5, ສະພາແຫ່ງຊາດ ຊຸດທີ 13

ຜູ້ມີສິດເລືອກຕັ້ງມີຄວາມຫວັງຫຼາຍຢ່າງຕໍ່ ກອງປະຊຸມຄັ້ງທີ 5, ສະພາແຫ່ງຊາດ ຊຸດທີ 13 - ảnh 1
ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງ ກວາງຈີ້ (ຜູ້ຍື່ນທຳອິດເບື້ອງຊ້າຍ) ພົບປະກັບຜູ້ມີສິດເລືອກຕັ້ງ
(ພາບ: L.M)

(​vovworld) – ​ແຕ່​ວັນ​ທີ 6 – 8/5, ຄະນະ​ຜູ້​ແທນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ແຂວງ ກວາງ​ຈີ້ ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ກອງ​ປະຊຸມ​ຄັ້ງ​ທີ 5 ຢູ່​ບັນດາ​ເມື​ອງ, ຕາ​​ແສ​ງ​ໃນ​ແຂວງ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ແດງ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ ​ແລະ ມີຄວາມ​ຫວັງຫຼາຍ​ຢ່າງ​ຕໍ່​ກອງປະຊຸມ​ຈະ​ມາ​ເຖິງ​ຂອງ​ສະພາ​ແຫ່ງ​ຊາດ. ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ກວາງ​ຈີ້ ​ໄດ້​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ສຸມ​ໃສ່ພິຈາລະນາ​ບັນດາ​ເນື້ອ​ໃນ​ສຳຄັນ​ຄື: ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຍູ້​ໄວ​ລະດັບ​ພັດທະນາ​ເສດຖະກິດ - ສັງຄົ​ມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ ປະຊາຊົນ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ນິນ​ຖ້ວນ, ຜູ້​ມີ​ສິດ​ເລືອກ​ຕັ້ງ ປາຖະໜາ​ວ່າ ສະພາ​ແຫ່ງ​ຊາດ​ເອົາ​ໃຈ​ໃສ່​ກ່ວາ​ອີກເຖິງ​ການ​ຜະລິດ ​ແລະ ການ​ດຳລົງ​ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ເຂດ​ພູດ​ອຍ, ລົງທຶນ​ໃຫ້​ບັນດາ​ຕາ​ແສງ​​ໃນ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ຍົກສູງລະດັບສຸກສາລາ ​ແລະ ໜູນ​ຊ່ວຍ​ການ​ສ້ອມແປງ​ເຮືອນ​ຢູ່. ​ໃນ​ຂະນະ​ນັ້ນ, ຢູ່​ແຂວງ ບິນ​ເຟືອ​ກ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂວງກ່ຽວ​ກັບ​ການ​ສະໜອງ​ທີ່​ດິນປູກ​ຝັງຄືນ​ໃໝ່, ທີ່​ດິນ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ໃຫ້​​ແກ່​ປະຊາຊົນ, ​ເລື່ອງ​ສະໜອງ​ໃບ​ຢັ້ງຢືນ​ສິດ​ນຳ​ໃຊ້​ທີ່​ດິນ ​ແລະ ​ແກ້​ໄຂ​ການ​ພິດ​ພາດ​ທີ່​ດິນ.

ຂ່າວ/ບົດ​ອື່ນ