ຜູ້ມີສິດເລືອກຕັ້ງສ່ວນຫຼາຍຮັບຮອງຮ່າງລັດຖະທຳມະນູນສະບັບໃໝ່ຂອງໄທ

ຜູ້ມີສິດເລືອກຕັ້ງສ່ວນຫຼາຍຮັບຮອງຮ່າງລັດຖະທຳມະນູນສະບັບໃໝ່ຂອງໄທ - ảnh 1
(ຜູ້ມີສິດເລືອກຕັ້ງສ່ວນຫຼາຍຮັບຮອງ
ຮ່າງລັດຖະທຳມະນູນສະບັບໃໝ່ຂອງໄທ)


(vovworld) - ​​ ​​ຄ​ະ​ນະ​ກຳ​ມະ​ການ​ເລືອ​ກ​ຕັ້ງ​ໄທ (EC) ໃຫ້​ຮູ້​ວ່າ, ຮອດ​ເວ​ລາ 20 ໂມງ ວັ​ນ​ທີ 07/08, ມີ 94% ຈຳ​ນວນ​ບັດລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບໃໝ່​ຂອງ​ປະ​ເທດ​ນີ້ ໄດ້​ຮັບ​ການ​ນັບ​ບັດ ດ້ວຍ​ໝາກ​ຜົນມີ​ບັດ​ສະ​ໜັບ​ສະ​ໜູນ 61,45%, ໃນ​ຂະ​ນະ​ນັ້ນ, ມີ​ ​ບັດ​ຄ້ານ​ຕໍ່​ຮ່າງ​​ເອ​ກະ​ສານນີ້ພຽງຈຳ​ນ​ວນ 38,55%. ຕາມ EC ແລ້ວ, ຮ່າງລັດ​ຖະ​ທຳ​ມະ​ນູນ​ສະ​ບັບໃໝ່ ຍາດ​ໄດ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫຼາຍ​ເຂດ, ເວັ້ນ​ເສຍ​ພາກ​ອີ​ສານ​ຂອງ​ໄທ, ເຊິ່ງ​ແມ່ນ​ເຂດ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສ່ວນ​ຫຼາຍ​ປະ​ຕ​ິ​ເສດ​ເອ​ກະ​ສານ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ການ​ທະ​ຫານ​ຮ​ຽ​ບ​ຮຽງ. ສະ​ເພາະ​ນະ​ຄອນ​ຫຼວງ ບາງກອກ, ອັດ​ຕາ​ສະ​ໜັບ​ສະ​ໜູນ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ຂຶ້ນ​ເຖິງ 70%.  

ຂ່າວ/ບົດ​ອື່ນ