ຜູ້​ວ່າ​ການ​ແຂວງ Kanagawa: ການ​ຢ້​ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

(VOVWORLD) - ຕອນບ່າຍວັນທີ 15 ຕຸລາ, ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa, ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ Suga Yoshihide ນາຍົກລັດຖະມົນຕີ ຍີ່ປຸ່ນ, ກ່ອນທີ່ຈະເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຜູ້​ວ່າ​ການ​ແຂວງ Kanagawa: ການ​ຢ້​ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ - ảnh 1 ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa (ພາບ: TTXVN)

ກ່າວຄຳເຫັນຕໍ່ບັນດານັກຂ່າວ ຢູ່ ໂຕກຽວ, ທ່ານ ຫວູຮົ່ງນາມໃຫ້ຮູ້ວ່າ ທີ່ການພົບປະ, ທ່ານໄດ້ລາຍງານຕໍ່ທ່ານນາຍົກລັດຖະມົນຕີ Suga Yoshihide ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ກັບ ຍີ່ປຸ່ນ ເວົ້າລວມ ແລະ ແຂວງ Kanagawa ເວົ້າສະເພາະ, ກໍ່ຄືວຽກງານກະກຽມຂອງ ຫວຽດນາມ ໃຫ້ແກ່ການຢ້ຽມຢາມ. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ປະຊາຊົນຫວຽດນາມ ສະແດງຄວາມຊົມເຊີຍ ຕໍ່ການຢ້ຽມຢາມຂອງທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide,ພ້ອມທັງ ສະແດງຄວາມຫວັງວ່າ ການຢ້ຽມຢາມຄັ້ງນີ້ ຈະສ້າງຂີດໝາຍສຳຄັນໃນປະຫວັດສາດແຫ່ງການພົວພັນລະຫວ່າງ ສອງເທດ.

ສ່ວນທ່ານ Yuji Kuroiwa ໄດ້ແບ່ງປັນວ່າ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ກໍ່ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານ ຈະແມ່ນການຢ້ຽມຢາມທີ່ມີລັກສະນະປະຫວັດສາດ, ປະກອບສ່ວນ “ເພີ່ມທະວີການຮ່ວມສຳພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ຫຼາຍກ່ວາອີກ ໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ