ຜູ້ອຳນວຍການໃຫຍ່ IAEA ພົບປະກັບ ສື່ມວນຊົນ ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
(ຜູ້ອຳນວນການໃຫຍ່ອົງການປະລະມານູສາກົນ (IAEA) ທ່ານ Yukiya Amano)
(vovworld) - ຜູ້ອຳນວນການໃຫຍ່ອົງການປະລະມານູສາກົນ (IAEA) ທ່ານ Yukiya Amano ໄດ້ມີການພົບປະກັບສື່ມວນຊົນ ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການພົບປະ, ຜູ້ອຳນວຍການໃຫຍ່ Yukiya Amano ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການເຂົ້າຮ່ວມ ແລະ ປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບຄວາມສະຫງົບປອດໄພ ແລະ ບໍ່ແຜ່ນຂະຫຍາຍອາວຸດນິວເຄຼຍ, ກໍ່ຄືບັນດາບາດກ້າວກະກຽມຂອງຫວຽດນາມ ໃຫ້ແກ່ໂຄງການໄຟຟ້ານິວເຄຼຍ.
ຜູ້ອຳນວຍການໃຫຍ່ Yukiya Amano ແລະ ທ່ານ ເລດິງຕ໋ຽນ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ແນະນຳກ່ຽວກັບບົດບາດຂອງອົງການ IAEA ໃນການຊຸກຍູ້ການນຳໃຊ້, ຮັບປະກັນຄວາມສະຫງົບປອດໄພ ແລະ ທ່າອຽງບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ໃນຂົງເຂດພະລັງງານນິວເຄຼຍ; ບັນດາມາດຕະການຮັບປະກັນຄວາມສະຫງົບປອດໄພ ແລະ ທ່າອຽງພັດທະນາໄຟຟ້ານິວເຄຼຍຢູ່ໃນໂລກ. ຜູ້ອຳນວຍການໃຫຍ່ Yukiya Amano ໄດ້ແຈ້ງໃຫ້ຊາບຄວາມສາມາດໜູນຊ່ວຍຂອງອົງການ IAEA ສຳລັບບັນດາປະເທດຫາກໍ່ເລີ່ມພັດທະນາໄຟຟ້ານິວເຄຼຍ, ໃນນັ້ນມີຫວຽດນາມ. ກ່ອນໜ້ານັ້ນ, ທີ່ການເຮັດວຽກກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານລັດຖະມົນຕີ ຫງວຽນກວນ ແລະ ຜູ້ອຳນວຍການໃຫຍ່ Yukiya Amano ໄດ້ແລກປ່ຽນກ່ຽວກັບໝາກຜົນການຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະຜ່ານມາ, ກໍ່ຄືທິດທາງຮ່ວມມືໃນຊຸມປີຈະມາເຖິງ.