ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບຄະນະຜູ້ແທນສຳນັກກະຈາຍສຽງ-ໂທລະພາບ KBS
ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບ
ຄະນະຜູ້ແທນສຳນັກກະຈາຍສຽງ-ໂທລະພາບ KBS
|
(Vovworld)- ຕອນເຊົ້າວັນທີ 31/10, ຢູ່ຮ່າໂນ້ຍ, ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສຳນັກກະຈາຍສຽງ-ໂທລະພາບ KBS ແຫ່ງສ. ເກົາຫຼີ ໂດຍທ່ານປະທານ ສຳນັກກະຈາຍສຽງ-ໂທລະພາບ KBS ແຫ່ງສ. ເກົາຫຼີ Gil Hwan- young ນຳໜ້າ. ທີ່ການຕ້ອນຮັບ, ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ຊົມເຊີຍທ່ານ Gil Hwan- young ໄດ້ຮັບເລືອກຕັ້ງເປັນປະທານ ABU ທີ່ກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 50, ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ປາດຖະໜາວ່າ ໃນຖານະຕຳແໜ່ງໃໝ່, ທ່ານ Gil Hwan- young ຈະສ້າງໜ້າປະຫວັດສາດພັດທະນາໃໝ່ຂອງ ABU . ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫວັງວ່າ ສາຍພົວພັນລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະ ສຳນັກກະຈາຍສຽງ-ໂທລະພາບ KBS ແຫ່ງສ. ເກົາຫຼີ ຈະນັບມື້ນັບພັດທະນາ.
ສ່ວນທ່ານ Gil Hwan- young ປະທານສຳນັກກະຈາຍສຽງ-ໂທລະພາບ KBS ແຫ່ງສ. ເກົາຫຼີ ໃຫ້ຮູ້ວ່າ ໃນຕົ້ນເດືອນໜ້າ, ສຳນັກກະຈາຍສຽງ-ໂທລະພາບ KBS ແຫ່ງສ. ເກົາຫຼີ ຈະມີລາຍການກະຈາຍສຽງເປັນພາສາຫວຽດເພື່ອຮັບໃຊ້ຊາວຫວຽດນາມພວມດຳລົງຊີວິດຢູ່ ສ.ເກົາຫຼີ.