(vovworld) - ສິ້ນສຸດກອງປະຊຸມລັດຖະມົນຕີອົງການການຄ້າສາກົນ (WTO) ຄັ້ງທີ 9 ຢູ່ອີນໂດເນເຊຍ ໃນວັນທີ 07/12, ຜູ້ອຳນວຍການໃຫຍ່ WTO ທ່ານ Roberto Azevedo ຢືນຢັນວ່າ ຂໍ້ຕົກລົງດ້ານການຄ້າທົ່ວໂລກທີ່ຫາກໍ່ບັນລຸໄດ້ທີ່ກອງປະຊຸມຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ບັນດາປະເທດພວມພັດທະນາ. ທ່ານ Azevedo ໃຫ້ຮູ້ວ່າ ປະຊາຊົນໃນທົ່ວໂລກຈະໄດ້ຮັບຜົນປະໂຫຍດຈາກຂໍ້ຕົກລົງນີ້, ພິເສດແມ່ນຜູ້ທຸກຍາກ, ຜູ້ຫວ່າງງານ ແລະ ຜູ້ບໍ່ໄດ້ຮັບການປົກປ້ອງ. ທ່ານລັດຖະມົນຕີການຄ້າປະເທດເຈົ້າພາບ ທັງເປັນປະທານກອງປະຊຸມ WTO ຄັ້ງນີ້ Gita Wirjawan ກໍ່ຢືນຢັນວ່າ ຜົນປະໂຫຍດຕົ້ນຕໍ່ສ່ວນຫຼາຍແມ່ນຂຶ້ນກັບບັນດາປະເທດພວມພັດທະນາ, ຍ້ອນສາມາດສ້າງເງື່ອນໄຂໃຫ້ບັນດາລັດຖະບານປະຕິບັດໂຄງການຮັບປະກັນສະບຽງອາຫານ. “ຂໍ້ຕົກລົງ ບາລີ ຄົບຖ້ວນ” ຈະສ່ວຍໃຫ້ບັນດາປະເທດດ້ອຍພັດທະນາໄດ້ຮັບຜົນຈາກລະບົບການຄ້າຫຼາຍຝ່າຍ, ສາມາດຊ່ວຍເພີ່ມລາຍຮັບຂອງໂລກຂຶ້ນຕື່ມ 1.000 ຕື້ USD ແລະ ສ້າງວຽກເຮັດງານທຳໃຫ້ 21 ລ້ານຄົນ, ໃນນັ້ນມີວຽກເຮັດງານທຳໃຫ້ 18 ລ້ານຄົນຢູ່ບັນດາປະເທດພວມພັດທະນາ.