ຜະລິດຕະພັນກະເສດຫວຽດນາມມານະພະຍາຍາມພິຊິດຕະຫຼາດຂອງຝລັ່ງ

(VOVWORLD) -ວິສາຫະກິດຜະລິດຕະພັນກະເສດຫວຽດນາມ ຫຼາຍກວ່າ 30 ແຫ່ງ ໄດ້ເຂົ້າຮ່ວມ ສັບປະດາຜະລິດຕະພັນກະເສດຫວຽດນາມ ເຊິ່ງເລີ່ມຕົ້ນໄຂຂຶ້ນແຕ່ວັນທີ 26 ມິຖຸນາ ຢູ່ຕະຫຼາດຂາຍສົ່ງ Rungis, ຊານນະຄອນ Paris, ປະເທດຝລັ່ງ.

ຜະລິດຕະພັນກະເສດຫວຽດນາມມານະພະຍາຍາມພິຊິດຕະຫຼາດຂອງຝລັ່ງ  - ảnh 1 ຮ້ານວາງສະແດງຜະລິດຕະພັນກະເສດຂອງຫວຽດນາມຢູ່ຕະຫຼາດ Rungis

(ພາບ: TTXVN)

ນີ້ແມ່ນໝາກຜົນ ໃນການກະກຽມມາເປັນເວລາກວ່າໜຶ່ງປີຂອງບັນດາກະຊວງອຸດສາຫະກຳ-ການຄ້າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ສູນສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນຮ່າໂນ້ຍ, ສົມທົບກັບຕະຫຼາດຂາຍສົ່ງ Rungis ຢູ່ຊານນະຄອນ Paris. ຄວາມມານະພະຍາຍາມຂອງບັນດາຄູ່ຮ່ວມມື ໄດ້ເປີດໂອກາດໃຫ້ແກ່ຜະລິດຕະພັນກະເສດ ຫວຽດນາມ ຊຶ່ງເປັນຄັ້ງທຳອິດໄດ້ແນະນຳເຖິງບັນດາຜູ້ນຳເຂົ້າຂະໜາດໃຫຍ່ຂອງຝລັ່ງ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ Layani, ປະທານ ແລະ ຜູ້ອຳນວຍການໃຫຍ່ຕະຫຼາດ Rungis, ຕີລາຄາສູງຄຸນນະພາບຂອງຜະລິດຕະພັນກະເສດຫວຽດນາມ, ພິເສດແມ່ນໝາກໄມ້ສົດຄື ໝາກລີ້ນຈີ່, ໝາກມັງກອນ ແລະໝາກນັດ. ທ່ານ ເຊື່ອໝັ້ນຢ່າງແນ່ນອນວ່າ ບັນດາປະເພດຜະລິດກະພັນກະເສດຂອງຫວຽດນາມຈະມີຕະຫຼາດສົ່ງອອກ ບໍ່ພຽງແຕ່ຢູ່ຝລັ່ງເທົ່ານັ້ນ ຫາກຍັງຢູ່ເອີຣົບ ກໍຄືໃນທົ່ວໂລກອີກດ້ວຍ. ຕະຫຼາດ Rungis ແມ່ນສະຖານທີ່ ມີຄວາມໄວ້ເນື້ອເຊື່ອໃຈ ເພື່ອໃຫ້ຜະລິດຕະພັນກະເສດຂອງຫວຽດນາມສາມາດໄປຮອດໄປເຖິງຜູ້ບໍລິໂພກຢູ່ເອີຣົບ.


ຕອບກັບ

ຂ່າວ/ບົດ​ອື່ນ