ຜະລິດຕະພັນການທ່ອງທ່ຽວຂອງ ຫວຽດນາມ ດຶງດູດຄວາມສົນໃຈທີ່ WTM 2018

(VOVWORLD) - ແຂກເຂົ້າຮ່ວມການຖະແຫຼງຂ່າວແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສູນສື່ສານຂອງງານຕະຫຼາດນັດໄດ້ມີຄວາມປະທັບໃຈຕໍ່ການເຕີບໂຕແຕ່ 20% – 30%...

ຄະນະຜູ້ແທນບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວໂລກ (WTM) 2018 ໄດ້ດຶງດູດຄວາມສົນໃຈຂອງບັນດາລູກຄ້າທີ່ເຂົ້າຮ່ວມງານຕະຫຼາດນັດຊຶ່ງດຳເນີນແຕ່ວັນທີ 5 – 7 ພະຈິກ ຢູ່ສູນວາງສະແດງ Excel, ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ ເປັນຈຳນວນຫຼວງຫຼາຍ.

        ທ່ານນາງ ຫງວຽນທິແທັງເຮືອງ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ແຂກເຂົ້າຮ່ວມການຖະແຫຼງຂ່າວແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສູນສື່ສານຂອງງານຕະຫຼາດນັດໄດ້ມີຄວາມປະທັບໃຈຕໍ່ການເຕີບໂຕແຕ່ 20% – 30% ໃນແຕ່ລະປີຂອງຂະແໜງການທ່ອງທ່ຽວ ຫວຽດນາມ, ຕໍ່ບັນດານະໂຍບາຍໃໝ່ ແລະ ບັນດາຜະລິດຕະພັນການທ່ອງທ່ຽວໃໝ່ຂອງບັນດາວິສາຫະກິດການທ່ອງທ່ຽວເຂົ້າຮ່ວມ ຫວຽດນາມ ທີ່ງານຕະຫຼາດນັດປີນີ້.

        ທີ່ການຖະແຫຼງຂ່າວແນະນຳການທ່ອງທ່ຽວ ຫວຽດນາມ, ແຂກເຂົ້າຮ່ວມມີຄວາມສົນໃຈ, ຕັ້ງຫຼາຍຄຳຖາມກ່ຽວກັບບັນດາປະເພດຜະລິດຕະພັນທ່ອງທ່ຽວຂອງ ຫວຽດນາມ, ກ່ຽວກັບບັນດາການປັບປຸງໃໝ່ຂອງ ຫວຽດນາມ ເພື່ອດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ ຫວຽດນາມ ເມື່ອຮູ້ວ່າ ຫວຽດນາມ ໄດ້ຮັບການເລືອກເຟັ້ນແມ່ນຈຸດນັດພົບແຖວໜ້າໃນອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ