ຜູ້ແຫ່ຂະບວນປະທ້ວງນັບແສນຄົນຢູ່ ເອີລົບ ຄັດຄ້ານນະໂຍບາຍ “ຮັດເຂັມຂັດ”
ຜູ້ແຫ່ຂະບວນປະທ້ວງຢູ່ສະໜາມຫຼວງ Puerta del Sol ຢູ່ນະຄອນຫຼວງ Madrid
(ພາບ: AP)
(vovworld) – ວັນທີ 12/5, ປະຊາຊົນແອດປາຍຢ່າງໜ້ອຍສຸດ 100.000 ຄົນ ໄດ້ລົງຖະໜົນແຫ່ຂະບວນປະທ້ວງ ຢູ່ນະຄອນຫຼາຍແຫ່ງຂອງປະເທດນີ້ ເພື່ອສະແດງຄວາມຄຽດແຄ້ນຕໍ່ສະພາບເສດຖະກິດທີ່ເປັນໜ້າວິຕົກກັງວົນໃນຕໍ່ໜ້າ ກໍຄືວິທີແກ້ໄຂວິກິດການການເງິນທົ່ວໂລກ. ເຫດການນີ້ເກີດຂຶ້ນພາຍຫຼັງ 1 ປີເຕັມທີ່ເກີດເຫດ “ຂະບວນການຄຽດແຄ້ນ” ເພື່ອແນໃສ່ຄັດຄ້ານບັນດານະໂຍບາຍເສດຖະກິດທີ່ລຳບາກຂອງລັດຖະບານ. ບັນດາການເດີນຂະບວນ, ແຫ່ຂະບວນປະທ້ວງກໍໄດ້ດຳເນີນໄປຢູ່ປະມານ 80 ນະຄອນ ແລະ ເທດສະບານເມືອງ ອື່ນໆ ຂອງປະເທດ ແອດສະປາຍ, ໃນນັ້ນການເດີນຂະບວນຢູ່ນະຄອນ Barcelona ໄດ້ດຶງດູດການເຂົ້າຮ່ວມຂອງຢ່າງໜ້ອຍສຸດແມ່ນ 20.000 ຄົນ. ຢູ່ອັງກິດ, ຜູ້ແຫ່ຂະບວນປະທ້ວງຕ້ານລັດທິທຶນນິຍົມທີ່ສັງກັດຂະບວນການ “ຢຶດຄອງ” ນັບຮ້ອຍຄົນ ໄດ້ເດີນຂະບວນໂດຍສັນຕິຜ່ານເມືອງການເງິນຂອງ ລອນດອນ ແລະ ເຕົ້າໂຮມຢູ່ນອກຫ້ອງການຂອງບັນດາກຸ່ມບໍລິສັດທະນາຄານໃຫຍ່ຄື: Merrill Lynch ແລະ Santander. ທີ່ ບຣຸກແຊນ ປະເທດ ແບນຊິກ ແລະ ລິດບອນ ຂອງ ປອກຕຸຍການ, ປະຊາຊົນນັບພັນຄົນກໍໄດ້ລົງຖະໜົນເຂົ້າຮ່ວມບັນດາການເຄື່ອນໄຫວທີ່ຄ້າຍຄືກັນ ເພື່ອແນໃສ່ຮຽກຮ້ອງໃຫ້ລັດຖະບານປະກາດໃຊ້ມາດຕະການຕ່າງໆ, ໃນນັ້ນມີການເສຍພາສີທ່ົວໂລກສຳລັບບັນດາການພົວພັນແລກປ່ຽນດ້ານການເງິນ ແລະ ສ້າງຕັ້ງບັນດາອົງການການເງິນສາກົນທີ່ມີປະຊາທິປະໄຕກ່ວາ.