ຜູ້ແຫ່ຂະບວນປະທ້ວງ ໄທເປີດ“ບັ້ນຮົບສຸດທ້າຍ“ ຕ້ານລັດຖະບານ
ການແຫ່ຂະບວນປະທ້ວງເມື່ອວັນທີ 9/5
(ພາບ: http://dantri.com.vn)
(vovworld)- ວັນທີ 9/5, ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານ ໄທ ໂດຍອະດີດຮອງນາຍົກລັດຖະມົນຕີ ສຸເທບ ເທືອກສຸບັນ ນຳໜ້າໄດ້ລົງຖະໜົນຈັດການແຫ່ຂະບວນປະທ້ວງ, ປິດລ້ອມສະຖານີໂທລະພາບ ແລະ ສຳນັກງານຕຳຫຼວດໃນບັ້ນຮົບທີ່ເຂົາເຈົ້າເອີ້ນວ່າແມ່ນ “ບັ້ນຮົມສຸດທ້າຍ“ ເພື່ອແນໃສ່ໂຄ່ນລົ້ມລັດຖະບານຊົ່ວຄາວ.
ກ່າວຄຳເຫັນກ່ອນທີ່ຈະນຳໜ້າຂະບວນຄົນຫຼັ່ງໄຫຼເຂົ້າມາສຳນັກງານລັດຖະບານ, ທ່ານສຸເທບ ເທືອກສຸບັນ ປະກາດຈະ “ຍາດເອົາອະທິປະໄຕຄືນໃໝ່ ແລະ ສ້າງຕັ້ງລັດຖະບານປະຊາຊົນ ແລະ ສະພານິຕິບັດຍັດປະຊາຊົນ“. ຕຳຫຼວດນັບຮ້ອຍຄົນໄດ້ຖືກສົ່ງໄປຕິດຕາມກວດກາການແຫ່ຂະບວນປະທ້ວງ. ການແຫ່ຂະບວນປະທ້ວງມື້ນີ້ດຳເນີນໄປພາຍຫຼັງພຽງ 2 ມື້ທີ່ສານລັດຖະທຳມະນູນໄທ ພົ້ນຕຳແໜ່ງທ່ານນາງນາຍົກລັດຖະມົນຕີຊົ່ວຄາວໄທ ຍິ່ງຮັກ ຊິນນະວັດ ພ້ອມກັບສະມາຊິກລັດຖະບານ 9 ທ່ານດ້ວຍຄຳກ່າວຫາສວຍໃຊ້ສິດອຳນາດ ແລະ ລະເມີດລັດຖະທຳມະນູນ./.