ຝຶກແອບການແກ້ໄຂເຫດຕິດຂັດທາງເຄືອຂ່າຍອິນເຕີແນັດ ຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ 2018

(VOVWORLD) -ວັນທີ 5 ກັນຍາ ຢູ່່ຮ່າໂນ້ຍ, ສູນກູ້ຊ່ວຍສຸກເສີນຄອມພິວເຕີ ຫວຽດນາມ (VNCERT) ໄດ້ຈັດຕັ້ງການຝຶກແອບແກ້ໄຂເຫດຕິດຂັດທາງເຄືອຂ່າຍອິນເຕີແນັດ ຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ປີ 2018,

ຝຶກແອບການແກ້ໄຂເຫດຕິດຂັດທາງເຄືອຂ່າຍອິນເຕີແນັດ ຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ 2018 - ảnh 1

ບັນຍາກາດຂອງຊຸດຝຶກແອບ

 (ພາບ: Minh Quyet/TTXVN)

ວັນທີ 5 ກັນຍາ ຢູ່່ຮ່າໂນ້ຍ, ສູນກູ້ຊ່ວຍສຸກເສີນຄອມພິວເຕີ ຫວຽດນາມ (VNCERT) ໄດ້ຈັດຕັ້ງການຝຶກແອບແກ້ໄຂເຫດຕິດຂັດທາງເຄືອຂ່າຍອິນເຕີແນັດ ຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ( ASEAN CERTs Incident Drill – ACID) ປີ 2018, ດ້ວຍຫົວຂໍ້ “ແກ້ໄຂເຫດຕິດຂັດໃນການຂຸດຄົ້ນຈຸດອ່ອນຂອງລະບົບ ເພື່ອຢຶດເອົາ ແລະ ນໍາໃຊ້ເງິນດີຈີຕອນ”. ການເຄື່ອນໄຫວດ່ັງກ່າວນີ້ ໄດ້ປະກອບສ່ວນຍົກສູງຄວາມຮູ້ກໍຄືຄວາມສາມາດຮັບມືກັບເຫດຕິດຂັດທາງເຄືອຂ່າຍອິນເຕີແນັດ ຍ້ອນ ໄວລັດເງິນດີຈີຕອນກໍ່ຂຶ້ນ.

        ເຂົ້າຮ່ວມການຝຶກແອບດັ່ງກ່າວ ມີ 18 ທິມ ມາຈາກ 15 ປະເທດ ຄື ອົດສະຕາລີ, ບຣູໄນ, ກໍາປູເຈຍ, ຈີນ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ສ. ເກົາຫຼີ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ