ຝລັ່ງຢັ້ງຢືນສະເກັດພົບເຫັນຢູ່ເກາະ Reunion ແມ່ນຂອງເຮືອບິນ MH 370

ຝລັ່ງຢັ້ງຢືນສະເກັດພົບເຫັນຢູ່ເກາະ Reunion ແມ່ນຂອງເຮືອບິນ MH 370 - ảnh 1
(ພາບປະກອບ: The Australian)

(vovworld) – ພາຍຫຼັງ​​ເວລາ 1 ​ເດືອນ​ດຳ​ເນີນ​ການ​ກວດກາສະ​ເກັດ​ທີ່​ພົບ​ເຫັນ​ຢູ່ ເກາະ Reunion ຢູ່ ມະຫາ​ສະໝຸດ​ອີນ​ເດຍ, ວັນ​ທີ 03/09, ບັນດານັກ​ໄອ​ຍະ​ການຝລັ່ງ ​ໄດ້​ຢືນຢັນ​ນີ້​ແມ່ນ​ປີກສ່ວນ​ໜຶ່ງ​ຂອງ​ເຮືອບິນ MH 370 ຂອງ​ບໍລິ​ສັດ​ການ​ບິ​ນ ມາ​ເລ​ເຊີຍ​ແອ​ລາຍ. ຄຳຖະ​ແຫຼງຂອງ​ບັນດາ​ນັກ​​​ໄອ​ຍະ​ການ​ປາຊີ ຊີ້​ແຈ້ງວ່າ: ມື້​ນີ້​ອາດ​ສາມາດ​ຢືນຢັນ​ໄດ້​ວ່າ ປີກ​ຂັບ​ທີ່ພົບ​ເຫັນ​ໃນ​ເກາະ Reunion ​ເມື່ອ​ວັນ​ທີ 29/07 ຜ່ານ​ມາ​ແມ່ນ​ຂອງ MH 370. ຕາມ​ບັນດາ​ນັກ​​ໄອ​ຍະ​ການ​ແລ້​ວ, ​​ຖັນ​​ແຖວ​ຜູ້​ສືບ​ສວນ​ໄດ້​ພົບ​​ເຫັນ 3 ຕົວ​​ເລກ​ໃນ​ສະ​ເກັດ, ຫຼັງ​ຈາກ​ນັ້ນ​ໄດ​້ສະຫຼຸບ​ວ່າ 1 ​ໃນ​​ຈຳ​ນວນ​ຕົວ​ເລກ​ດັ່ງກ່າວ​ຖືກກັນ​ກັບ seri ຂອງປີກຂັບເຮືອບິນ MH 370.

ຂ່າວ/ບົດ​ອື່ນ