ຝ່າຍຄ້ານຢູແກຼນກະກຽມການແຫ່ຂະບວນປະທ້ວງຄັ້ງໃຫຍ່ໃນວັນທີ16/2
ຝ່າຍຄ້ານຢູ່ ຢູແກຼນ ໄດ້ຮຽກຮ້ອງດຳເນີນການແຫ່ຂະບວນປະທ້ວງຄັ້ງໃຫມ່
photo:newsgo.vn
|
(vovworld)-ເພື່ອກະກຽມໃຫ້ແກ່ການຄັດຄ້ານສັນຕິພາບໃນສະພາວະບັນດາການເຈລະຈາກັບອຳນາດການປົກຄອງ ຢູແກຼນ ຕົກເຂົ້າສູ່ສະພາບບໍ່ມີທາງອອກ, ຝ່າຍຄ້ານຢູ່ ຢູແກຼນ ໄດ້ຮຽກຮ້ອງດຳເນີນການແຫ່ຂະບວນປະທ້ວງຄັ້ງໃຫມ່ດ້ວຍຂອບຂະຫນາດໃຫຍ່ໃນວັນທີ 16/2. ນີ້ຈະແມ່ນການແຫ່ຂະບວນປະທ້ວງຄັ້ງໃຫຍ່ທີ 11 ດຳເນີນໄປຢູ່ ນະຄອນຫລວງ Kiev ນັບແຕ່ເມື່ອຂະບວນການແຫ່ຂະບວນປະທ້ວງເກີດຂຶ້ນເມື່ອເດືອນ 11/2013 ເພື່ອຄັດຄ້ານເລື່ອງປະທານາທິບໍດີ Viktor Yanukovich ປະຕິເສດການລົງນາມໃນສົນທິສັນຍາຮ່ວມສຳພັນກັບສະຫະພາບເອີລົບ. ໃນແຈ້ງຂ່າວຍົກອອກເມື່ອວັນທີ 14/2, ພັກຂອງອະດີດນາຍົກລັດຖະມົນຕີ Yulia Tymoshenko ໃຫ້ຮູ້ວ່າ: ການແຫ່ຂະບວນປະທ້ວງໃນວັນທີ 16/2 ຈະແມ່ນການຄັດຄ້ານຄັ້ງໃຫຍ່ ຖ້າຫາກລັດຖະບານປະເທດນີ້ບໍ່ຕອບສະຫນອງຄຳສະເຫນີຂອງຝ່າຍຄ້ານແມ່ນປ່ອຍຕົວບັນດາຜູ້ແຫ່ຂະບວນປະທ້ວງຖືກຈັດຕົວ. ພັກຝ່າຍຄ້ານກໍຖືວ່າ: ນີ້ແມ່ນເງື່ອນໄຂເພື່ອໃຫ້ບັນດາຜູ້ແຫ່ຂະບວນປະທ້ວງຢຸດຕິການປິດລ້ອມບັນດາສຳນັກງານຂອງລັດຖະບານ.