(vovworld) - ບັນດາປະເທດຝ່າຍຕາເວັນຕົກ ພວມດຳເນີນ “ບັ້ນຮົບດ້ວຍຄຳສັ່ງລົງໂທດ” ແນໃສ່ຂົງເຂດນ້ຳມັນ ແລະ ທະນາຄານຂອງອີຣານ. ນີ້ແມ່ນຂໍ້ສັງເກດຂອງທ່ານປະທານາທິບໍດີອີຣານ Mahmoud Ahmadinejad ໃນການຕອບສຳພາດທາງໂທລະພາບອີຣານ ເມື່ອວັນທີ 4/9. ທ່ານປະທານາທິບໍດີ Mahmoud Ahmadinejad ເອີ້ນການກະທຳນີ້ວ່າ ສົງຄາມເຢັນກໍ່ຄວາມເສຍຫາຍຕໍ່ອີຣານ, ຕາມທ່ານແລ້ວຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກພວມກໍ່ບັນຫາບໍ່ແມ່ນໜ້ວຍຕໍ່ການເຄື່ອນໄຫວສົ່ງອອກນ້ຳມັນ ແລະ ການເຄື່ອນໄຫວຊຳລະສະສາງເງິນຂອງບັນດາທະນາຄານຂອງອີຣານ”. ຈາກນັ້ນສົ່ງຜົນສະທ້ອນເຖິງເລື່ອງອີຣານ ຮັບປະກັນຄວາມຕ້ອງການອັນເປັນພື້ນຖານຄື ສະບຽງອາຫານໃຫ້ແກ່ປະຊາຊົນປະເທດນີ້. ແຕ່ອີຣານ ພວມມານະພະຍາຍາມແກ້ໄຂບັນດາຮົ້ວກີດຂວາງນີ້.