ພັກກອມມູນິດເກຼັກສະໜັບສະໜູນຫຼັກໝັ້ນຂອງຫວຽດນາມໃນບັນຫາທະເລຕາເວັນອອກ

ພັກກອມມູນິດເກຼັກສະໜັບສະໜູນຫຼັກໝັ້ນຂອງຫວຽດນາມໃນບັນຫາທະເລຕາເວັນອອກ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກ​ອມມູນິດ ເກຼັກ Dimitris
 Koutsoumpas ​ພົບ​ປະ​ກັບ​ທ່າ​ນ ​ເຕີ໋ດ​ແທ່ງກາງ
(ພາບ: HTV)

(vovworld) – ​ ​ ພັກ​ກອມ​ມູນິດ ​ເກຼັກ ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ ​ຫວຽດນາມ​ ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກ​ອມມູນິດ ເກຼັກ Dimitris Koutsoumpas ​ໃນ​ການ​ພົບ​ປະ​ກັບ​ທ່າ​ນຮອງ​ເລຂາທິການ​ປະຈຳ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ເຕີ໋ດ​ແທ່ງກາງ ​ໃນ​ວັນ​ທີ 13/07. ທ່ານ Dimitris Koutsoumpas ຖື​ວ່າ: ຕ້ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ​ໂດຍ​ອີງ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ (UNCLOS) 1982.

        ທີ່​ການ​ພົບ​ປະ, 2 ຝ່າຍ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ດ້ານການ​ເມືອງ, ​ເສດຖະກິດ, ສັງຄົ​ມ 2 ປະ​ເທດ, ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ​ກອມ​ມູນິດ 2 ປະ​ເທດ, ທ່ານ ເຕີ໋ດ​ແທ່ງກາງ ​ແລະ ທ່ານ Dimitris Koutsoumpas ​ ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ຖື​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຄັ້ງນີ້​ຂອງ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ​ເກຼັກ ຈະ​ປັບປຸງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ພັກ ກໍ່​ຄື 2 ລັດ. 2 ຝ່າ​ຍ​ເຊື່ອ​ໝັ້ນ​ວ່າ ການພົວພັນ​ອັນ​ດີງາມ​ລະຫວ່າງ​ພັກ​ກ​ອມມູນິດ ຫວຽດນາມ ​ແລະ ພັກ​ກອ​ມມູນິດ​ ເກຼັກ ຈະ​ປະກອບ​ສວ່ນຊຸກຍູ້​ການ​ຮ່ວມ​ມື​ຂອງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ທ່ອງ​ທ່ຽວ.

 

 

ຂ່າວ/ບົດ​ອື່ນ